ເກັ່ງໆ! ທີມບານເຕະເຍົາວະຊົນ​ລາວ​ U12 ປີ ຊະນະ​ U12 ປີ ​ຈາກ​ ​ເຈົ້າພາບຈີນ ຂາດຮອຍ 14-0

ເກັ່ງໆ! ທີມບານເຕະເຍົາວະຊົນ​ລາວ​ U12 ປີ ຊະນະ​ U12 ປີ ​ຈາກ​ ​ເຈົ້າພາບຈີນ ຂາດຮອຍ 14-0

ທີມບານເຕະເຍົາວະຊົນ​ລາວ​ U12 ປີ ຈາກສະໂມສອນ WIG NAGA​ ຊະນະ​ ທີມບານເຕະເຍົາວະຊົນຈີນ U12 ປີ​ ຈາກສະໂມສອນຕ້າຫຼຽນ​ (ເຈົ້າພາບ) ແບບ​ຂາດຮອຍ 14-0 ໃນການແຂ່ງຂັນກິລາບານເຕະ ລາຍການ PANYI ELITE CUP – NEW YEAR CUP​ 2026 ທີ່ໄດ້ມີການແຂ່ງຂັນໃນມື້ວານນີ້.

ການແຂ່ງຂັນກິລາບານເຕະ ລາຍການ PANYI ELITE CUP – NEW YEAR CUP​ 2026 ແມ່ນຈະຈັດໃນລະຫວ່າງວັນທີ 2-5 ກຸມພາ 2026 ນີ້​ ​ທີ່ນະຄອນຊຽງໄຮ້, ສປ ຈີນ​, ທີມບານເຕະເຍົາວະຊົນ​ລາວ​ U12 ປີ ຢູ່ກຸ່ມ D​, ລົງແຂ່ງຂັນແລ້ວ 3 ນັດ​​ ຊະນະລວດ ນັດທີ 1 ຊະນະ DINGDANG JUNIOR U12 5-0 ; ນັດທີ 2 ຊະນະ SUZHOU 2-0 ແລະ ນັດທີ 3 ຊະນະ DALIAN RONGYAO14-0.

ນັດທີ 4 ຈະໄດ້ຈັດຂຶ້ນໃນມື້ນີ້, ທີມບານເຕະເຍົາວະຊົນ​ລາວ​ U12 ປີ ຈະພົບກັບ ທີມບານເຕະເຍົາວະຊົນຈີນ DONGTAI U12 ປີ.

ທີ່ມາ: WIG NAGA

Related Articles

Leave a Reply