ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ກຽມປະກາດເຂດປ່າໂຄກໂອງ-ມັ່ງ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ໃນວັນທີ 13 ກໍລະກົດທີ່ຈະມາເຖິງນີ້ ທີ່ສູນອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ ເມືອງຊົນບູລີ, ຊຶ່ງເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ.
ເຂດອະນຸລັກດັ່ງກ່າວນີ້ ຖຶວ່າເປັນເຂດອະນຸລັກສັດປ່າແຫ່ງທໍາອິດຂອງລາວ ຊຶ່ງມີເນື້ອທີ່ທັງໝົດ 130.000 ເຮັກຕາ, ກວມເອົາ 5 ເມືອງ ຄື: ເມືອງຊົນນະບູລີ, ທ່າປາງທອງ, ພະລານໄຊ, ສອງຄອນ ແລະ ເມືອງພີນ ແຂວງສະຫວັນນະເຂດ.
ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນບໍ່ດົນມານີ້ວ່າ: ຫຼັງປີ 2020 ຈໍານວນ ໂອງ-ມັ່ງ ມີປະມານ 20 ໂຕເທົ່ານັ້ນ ແລະ ມີທ່າອ່ຽງຫລຸດລົງຍ້ອນການລ່າໂອ່ງ-ມັງ. ນັບແຕ່ປີ 2002 ເປັນຕົ້ນມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບອົງການປົກຄອງທ້ອງຖິ່ນ ໄດ້ຮ່ວມມືກັນເພື່ອອະນຸລັກໂອງ-ມັ່ງ ຕາມທ່າແຮງ ແລະ ຕາມເງື່ອນໄຂທີ່ມີ. ໃນປີ 2016, ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ກໍ່ໄດ້ໃຫ້ທຶນຊ່ວຍເຫລືອ ປະກອບສ່ວນການອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ ແລະ ໂດຍສົມທົບກັບປະຊາຊົນ 16 ບ້ານພາຍໃນ 5 ເມືອງທີ່ນອນຢູ່ໃນເຂດ ດັ່ງກ່າວໃນການປົກປັກຮັກສາເຂດປ່າໂຄກທີ່ເປັນເຂດອາໄສຂອງໂອງ-ມັ່ງ, ມາຮອດປັດຈຸບັນນີ້ຈໍານວນໂຕໂອງ-ມັ່ງ ໄດ້ເພີ່ມຂຶ້ນເປັນເກືອບ 200 ໂຕ ນອກຈາກນີ້ ໃນເຂດປ່າດັ່ງກ່າວຍັງມີສັດປ່າຫຼາຍຊະນິດ ໂດຍສະເພາະນົກ ມີ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ ມີ 67 ຊະນິດ, ສັດເລືອຄານມີ 47 ຊະນິດ, ສັດເຄິ່ງບົກ-ເຄິ່ງນໍ້າມີ 38 ຊະນິດ ແລະ ປາ ມີ 9 ຊະນິດ. ສ່ວນຕົ້ນໄມ້ ແລະ ພືດຊະນິດຕ່າງໆ ລວມແລ້ວກໍ່ມີເຖິງ 126 ຊະນິດ.
ໂອງ-ມັ່ງ ເປັນໜຶ່ງໃນຈໍານວນສັດປ່າປະເພດຫວງຫ້າມ ຫລື ບັນຊີ I ຕາມມະຕິຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາບັນຊີລາຍຊື່ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II.
ຂ່າວ: ວຽງຈັນທາຍ
ພາບປະກອບ

