ເຂດພາກເໜືອຍັງຈະສຶບຕໍ່ໜາວເຢັນ

ເຂດພາກເໜືອຍັງຈະສຶບຕໍ່ໜາວເຢັນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ນັບແຕ່ມື້ນີ້ ຮອດວັນທີ 24 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນຫຼາຍຢູ່ພາກເໜືອ ເຂດພູສູງ, ພູດອຍ ແລະ ຮ່ອມພູ ໃນບັນດາແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ເຂດພາກເໜືອ.
ໃນນັ້ນ ພາກເໜືອດ້ານຕາວັນອອກ ອາກາດໜາວເຢັນ-ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກເໜືອ ເຊັ່ນ: ແຂວງ ຜົ້ງສາລີ, ອຸນຫະພູມຕໍ່າສຸດ 03-09 ອົງສາ, ພ້ອມກັນນັ້ນ ພາກເໜືອດ້ານຕາວັນຕົກ ອາກາດໜາວຫຼາຍເຊັ່ນກັນ ໂດຍສະເພາະເຂດພູສູງ ແລະ ພູດອຍ,ອຸນຫະພູມຕໍ່າສຸດ 05-12 ອົງສາ, ສະເພາະແຂວງໄຊສົມບູນ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢຸູບາງບໍລິເວນ, ອຸນຫະພູມຕໍ່າສຸດ 04-07 ອົງສາ.
ດັ່ງນັ້ນ ຈຶ່ງຂໍໃຫ້ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫຼາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ, ຂໍໃຫ້ນຸ່ງຫົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply