ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົນມີສ່ວນຮ່ວມຢ່າງເປັນທາງການ

ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົນມີສ່ວນຮ່ວມຢ່າງເປັນທາງການ

ອໍານາດການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີເປີດການທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົົນມີສ່ວນຮ່ວມຢູ່ເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ສະຫວັນນະເຂດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້.
ປັດຈຸບັນນີ້, ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ມີການພັດທະນາພື້ນຖານໂຄງລ່າງ ແລະ ກິດຈະກໍາທ່ອງທ່ຽວທີ່ຫຼາກຫຼາຍໄວ້ບໍລິການນັກທ່ອງທ່ຽວທີ່ມີຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດບໍ່ວ່າຈະເປັນທີ່ພັກ 1 ຫຼັງມີ 5 ຫ້ອງສາມາດຮັບແຂກໄດ້ 20 ຄົນຕໍ່ຄືນ, ຫ້ອງອາຫານຮັບແຂກໄດ້ 30 ຄົນຕໍ່ຄັ້ງ, ຈຸດຕັ້ງແຄ້ມ 2 ຈຸດທີ່ສາມາດຮັບນັກທ່ອງທ່ຽວໄດ້ 30 ຄົນຕໍ່ຈຸດ, ຈຸດຫໍຄອຍຊົມວິວເບິ່ງໂອງ-ມັ່ງ 1 ຈຸດ ພ້ອມນີ້ຍັງມີລົດຖີບ ກ້ອງສ່ອງ ແລະ ເຄື່ອງມືສື່ສານຈຳນວນໜື່ງໄວ້ບໍລິການ ມີໜ່ວຍງານບໍລິການ ແລະ ກຸ່ມບໍລິການນັກທ່ອງທ່ຽວທັງໝົດ 3 ຈຸດຄື : ໜ່ວຍງານບໍລິການນັກທ່ອງທ່ຽວຢູ່ສູນອະນຸລັກປ່າໂຄກ ເຊິ່ງເປັນຈຸດບໍລິຫານ ແລະ ບໍລິການທ່ອງທ່ຽວຕາມລາຍການກຸ່ມບໍລິການນັກທ່ອງທ່ຽວບ້ານ ສະໜາມໄຊ ແລະ ບ້ານ ສອງຫ້ອງ ຈຳນວນ 6 ກຸ່ມໃນແຕ່ລະບ້ານ ເຊິ່ງກຸ່ມເຫຼົ່ານີ້ໄດ້ຮັບການຝືກອົບຮົມດ້ານການບໍລິການສະເພາະດ້ານ, ມີກິດຈະກໍາການທ່ອງທ່ຽວມີຂີ່ລົດເບີ່ງໂອງ – ມັ່ງ ຕອນເຊົ້າ -ຕອນແລງ ແລະ ຕອນກາງຄືນ, ກິດຈະກໍາການທ່ອງທ່ຽວຍ່າງເບິ່ງໂອງ – ມັ່ງ ຕອນເຊົ້າ ຕອນແລງ ແລະ ຕອນກາງຄືນ, ການຍ່າງປ່າ ແລະ ຂີ່ລົດຖີບ 2 ວັນ 1 ຄືນ ບ້ານສະໜາມໄຊ ແລະ ບ້ານສອງຫ້ອງ,ກິດຈະກຳກາງເຕັນ ແລະ ກິດຈະກຳເບິ່ງໂອງ-ມັ່ງ ດ້ວຍລົດຂອງນັກທ່ອງທ່ຽວເອງ ແລະ ກິດຈະກໍາອື່ນໆ.
ເຂດອະນຸລັກປ່າໂຄກໂອງ-ມັ່ງ ມີເນື້ອທີ່ທັງໝົດ 93 ພັນເຮັກຕາ ແລະ ຕໍ່ມາໄດ້ຖືກຍົກລະດັບເປັນປ່າໂຄກໂອງ-ມັ່ງແຫ່ງຊາດໃນປີ 2020 ເຊິ່ງມີເນື້ອທີ່ທັງໝົດ 130.745 ເຮັກຕາ ກວມເອົາ 5 ເມືອງຄື: ຊົນນະບູລີ, ສອງຄອນ, ທ່າປາງທອງ, ພີນ ແລະ ເມືອງພະລານໄຊ ຊຶ່ງເຂດດັ່ງກ່າວນີ້ມີສັດທີ່ໃກ້ຈະສູນພັນໃນລະດັບໂລກທີ່ມີຊື່ວ່າໂອງ-ມັ່ງປະມານ 170 ກວ່າໂຕ ນອກນັ້ນຍັງມີສັດ ແລະ ພືດພັນອື່ນໆ 647 ຊະນິດ. 

ຂ່າວ-ພາບ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

Related Articles

Leave a Reply