ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການມື້ນີ້ ວ່າ: ແຮງດັນນ້ຳປະປາ ຈະບໍ່ເປັນປົກກະຕິ ແລະ ບໍ່ພຽງພໍຕໍ່ການນໍ້າໃຊ້ນໍ້າປະປາ ໃນວັນທີ 10 ມັງກອນ 2021 ນີ້, ຍ້ອນວ່າ ຈະມີການມອດໄຟຟ້າ ເພື່ອສ້ອມແປງລະບົບ ສາຍໄຟຟ້າຢູ່ເມືອງໄຊທານີ, ຊຶ່ງຈະສົ່ງຜົນກະທົບ ຕໍ່ແຮງດັນຂອງນ້ຳປະປາ ຢູ່ສາມເມືອງຄື: ເມືອງໄຊເສດຖາ, ຈັນທະບູລີ ແລະ ໄຊທານີ, ເລີ່ມແຕ່ ເວລາ 08: 00 ໂມງ ຫາ 17: 00 ໂມງ.
ການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳໃຊ້ໃນບາງບ້ານຂອງເມືອງ ຄື: ບ້ານ ໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງໝາກຄາຍ, ດອນຕິ້ວ, ດົງສ້າງຫີນ, ໄຊສະຫວ່າງ, ດອນໜູນ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ວຽງແກ້ວ, ຫ້ວຍແດນເມືອງ, ໜອງວຽງຄໍາ, ນາທົ່ມ, ໜອງພະຍາ, ຕານມີໄຊ, ດົງໂດກ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄໍາຮຸ່ງ, ສີວິໄລ ເມືອງໄຊທານີ. ບ້ານ ໜອງໜ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ, ໂຊກໃຫຍ່ ເມືອງໄຊເສດຖາ ແລະ ບ້ານ ຫ້ວຍຫົງ, ໜອງທາເໜືອ, ໜອງທາໃຕ້, ຈອມມະນີ, ໂພນສະຫວ່າງ ເມືອງຈັນທະບູລີ.
ຂ່າວ: ວຽງຈັນທາຍ

