ເຂື່ອນໄຟຟ້າເຊລະນອງ1 ແມ່ນເຂື່ອນໄຟຟ້າແຫ່ງ ທຳອິດຢູ່ແຂວງສະຫວັນນະເຂດ ໂດຍເປັນການລົງທຶນລະຫວ່າງນັກລົງທຶນຈີນ ແລະ ລັດຖະບານລາວ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ປີ 2018, ມີກຳລັງການ ຜະລິດຂະໜາດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດ ຜະລິດໄຟຟ້າໄດ້ 2.669Kw/h. ມາຮອດປະຈຸບັນການກໍ່ສ້າງ ໄດ້ສຳເລັດໄປໂດຍພື້ນຖານ ແລະ ໄດ້ເລີ່ມທົດລອງທຳການ ຜະລິດໄປສ່ວນໜຶ່ງເເລ້ວ.
ເຂື່ອນດັ່ງກ່າວຕັ້ງຢູ່ເມືອງນອງ ແຂວງສະຫວັນນະເຂດ ໂດຍມີ 2 ບ້ານ ຄື: ບ້ານລອຍນ້ຳ ແລະ ບ້ານລະເບົາ ລວມມີ 88 ຫຼັງຄາເຮືອນທີ່ໄດ້ຮັບຜົນກະທົບຈາກເຂື່ອນດັ່ງກ່າວ ແລະ ໄດ້ມີການຍົກຍ້າຍອອກ, ເຊິ່ງປະຈຸບັນທາງບໍລິສັດກໍ່ຄືໂຄງການເຂື່ອນໄຟຟ້າເຊລະນອງ 1 ໄດ້ ມີການຈັດຫາສະຖານທີ່, ບຸກເບີກເສັ້ນທາງ, ປຸກສ້າງເຮືອນ, ຈັດສັນພື້ນທີ່ທຳການຜະລິດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອທົດແທນໃຫ້ປະຊາຊົນທີ່ຖືກຍົກຍ້າຍດັ່ງກ່າວ, ນອກຈາກ ໄດ້ຊົດເຊີຍຜົນກະທົບທີ່ຖືກ ເສຍຫາຍຕ່າງໆ ຍັງໄດ້ສະໜັບສະໜູນ ແລະ ຕອບສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນໃນໄລຍະໃນ 3 ປີ, ໂດຍໄດ້ຕອບສະໜອງເຂົ້າກິນ, ທາດຊີ້ນ, ທາດປາ, ອຸປະກອນ ເຄື່ອງມືການຜະລິດລວມທັງການສ້າງອາຊີບໃຫ້ປະຊາຊົນ ຕື່ມອີກດ້ວຍ.
ຂ່າວ-ພາບ: ສພຂ

