ມູນນິທິເມຣິເອີປະເທດຝຣັ່ງມອບເຄຶ່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດໃຫ້ກະຊວງສາທາລະນະສຸກ, ຊຶ່ງເຄຶ່ອງດັ່ງກ່າວ ກະຊວງສາທາລະນະສຸກ ແມ່ນໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າເພື່ອການພັດທະນາຂອງປະເທດຝຣັ່ງ (IRD) ປະຈຳລາວ ເປັນຜູ້ຮັບຜິດຊອບໃນການແຈກຢາຍຊຸດເຄື່ອງມືດັ່ງກ່າວໃຫ້ແກ່ບັນດາສູນສຸຂະພາບ ແລະ ບໍລິຈາກເລືອດໃນທົ່ວປະເທດ.
ພິທີມອບຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ ຜ່ານມາ ທີ່ເຮືອນພັກຂອງທ່ານເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ລະຫວ່າງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ບຸນກອງ ສີຫາວົງ, ຜູ້ຕາງໜ້າມູນນິທິ ເມຣີເອີ ປະເທດຝຣັ່ງ, ທ່ານ ດຣ ເບີນົວ ເຊີວານລີເອ ແລະ ຜູ້ຕາງໜ້າສະຖາບັນຄົ້ນຄວ້າເພື່ອການພັດທະນາຂອງປະເທດຝຣັ່ງ (IRD) ປະຈຳລາວ, ທ່ານ ເອຣິກ ເດຮາໂຣ.
ປະຈຸບັນ, ການຕິດເຊື້ອໄວຣັດຕັບອັກເສບ B ນັບມື້ນັບຮ້າຍແຮງຂິໍຶ້ນເລື້ອຍໆ, ມີຜູ້ຕິດເຊື້ອຫລາຍກວ່າ 2,5 ພັນລ້ານຄົນ, 250 ລ້ານຄົນເປັນພະຍາດຊໍາເຮື້ອ ແລະ ຫຼາຍກວ່າ ໜຶ່ງລ້ານຄົນເສຍຊີວິດຍ້ອນພະຍາດຕັບແຂງ ແລະ ມະເຮັງຕັບ.
ອັດຕາການແຜ່ລະບາດຂອງພະຍາດໄວຣັດຕັບອັກເສບ B ແມ່ນສູງທີ່ສຸດໃນຂົງເຂດປາຊີຟິກຕາເວັນຕົກ ແລະ ອາຟຣິກາ (ຫຼາຍກວ່າ 6% ຂອງປະຊາກອນ).
ສໍາລັບ ຢູ່ ສປປ ລາວ, ຜົນສໍາຫຼວດ ກ່ຽວກັບເຊື້ອໄວຣັດຕັບອັກເສບ ສ່ວນຫຼາຍແມ່ນຢູ່ໃນນະຄອນຫຼວງ, ຊຶ່ງມັນສະແດງໃຫ້ເຫັນເຖິງອັດຕາການແຜ່ກະຈາຍທີ່ສູງຂື້ນ ແລະ ມັນຍັງມີສັນຍານທີ່ເປັນໜ້າຫ່ວງກ່ຽວກັບຄວາມເສຍຫາຍຂອງຕັບໃນບັນດາກຸ່ມຕົວຢ່າງທີ່ວິເຄາະ.
ຂ່າວ: ວຽງຈັນທາຍ
ຮູບ: ເພັດໂພໄຊ

