ເຈົ້າໜ້າທີ່ລາວມອບກຸ່ມແກ້ງສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຈີນ

ເຈົ້າໜ້າທີ່ລາວມອບກຸ່ມແກ້ງສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຈີນ

ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາກຸ່ມແກ້ງສະແກມເມີ ສັນຊາດຈີນ ຈຳນວນ 174 ຄົນ (ຍິງ 4 ຄົນ) ເມື່ອມໍ່ໆມານີ້ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບ ສວນ ໂດຍຜ່ານດ່ານສາກົນບໍ່ເຕນ ແຂວງຫຼວງນ້ຳທາ.

ຜູ້ຖືກຫາຈຳນວນດັ່ງກ່າວຖືກກັກຕົວໄດ້ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕິດຕາມ ກວດກາ ແລະ ແກ້ໄຂເປົ້າໝາຍສົງໄສວ່າ ກຸ່ມຄົນດັ່ງກ່າວມີການເຄື່ອນໄຫວລະເມີດຕໍ່ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ຕາມຂໍ້ກ່າວຫາບໍ່ເຂົ້າ-ອອກຕາມດ່ານທີ່ທາງການກຳນົດ, ເຮັດວຽກບໍ່ຖືກເປົ້າໝາຍ, ດຳເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ, ລັກລີ້ຊ້ອນຢູ່ ສປປ ລາວ ແລະ ເຄື່ອນໄຫວກໍ່ອາຊະຍາກຳສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ສະແກມເມີ) ໂດຍຖືກຈັດສົ່ງມາຈາກຫຼາຍພາກສ່ວນເຊັ່ນ: ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ຄໍາມ່ວນ, ປກສ ແຂວງ ວຽງຈັນ ພ້ອມທັງສົ່ງມອບເຄື່ອງຂອງກາງການກະທຳຜິດຈຳນວນຫຼາຍເປັນຕົ້ນແມ່ນ: ຄອມພິວເຕີ້ ແລະ ໂທລະສັບມືຖື ເພື່ອເປັນຂໍ້ມູນຫຼັກຖານ ໃຫ້ແກ່ການສືບຕໍ່ດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ສປ ຈີນ.

ຂ່າວ-ພາບ: ແກ້ວ ອຸເພັດ

Related Articles

Leave a Reply