Visit BigblueAgency
ເຈົ້າໜ້າທີ່ ດ່ານພາສີຂົວມິດຕະພາບ ແຫ່ງທີ 1 ທໍາລາຍສິນຄ້ານໍາເຂົ້າແບບບໍ່ຖືກຕ້ອງ

ເຈົ້າໜ້າທີ່ ດ່ານພາສີຂົວມິດຕະພາບ ແຫ່ງທີ 1 ທໍາລາຍສິນຄ້ານໍາເຂົ້າແບບບໍ່ຖືກຕ້ອງ

ເຈົ້າໜ້າທີ່ດ່ານພາສີ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍອງ ນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ມື້ວານນີ້ວັນທີ 22 ມິຖຸນາ ໄດ້ມີການຈັດພິທີທໍາລາຍພຶດ-ຜັກ, ໝາກເລັ່ນ ແລະ ສິນຄ້າຕ້ອງຫ້າມຕ່າງໆ ທີ່ນໍາເຂົ້າຢ່າງບໍ່ຖືກຕ້ອງ ທີ່ຫ້ອງວິໃຈສະຖານນີກັກກັນພຶດບ້ານດົງໂພສີ ເມືອງຫາດຊາຍຝອງ ນະຄອນຫລວງວຽງຈັນ ລວມນໍ້າໜັກ 1,335 ກິໂລ.  

ເຈົ້າໜ້າທີ່ດ່ານພາສີແຈ້ງໃຫ້ຮູ້ຕື່ມອີກວ່າ: ເຖິງແມ່ນວ່າເຈົ້າໜ້າທີ່ພາສີຈະມີມາດຕະການເຂັ້ມງວດໃນການກວດສອບສິນຄ້າຕ່າງໆທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ໂດຍຜ່ານດ່ານດັ່ງກ່າວ ແຕ່ກໍ່ຍັງພົບເຫັນແມ່ຄ້າ-ພໍ່ຄ້າຈໍານວນໜຶ່ງຍັງມີການນໍາເຂົ້າສິນຄ້າ ແບບບໍ່ຖືກຕ້ອງ. ສ່ວນບັນດາ ແມ່ຄ້າ-ພໍ່ຄ້າ ທີ່ນໍາເຂົ້າສິນຄ້າທີ່ບໍ່ຖືກຕ້ອງກໍ່ໄດ້ມີການຕັກເຕືອນ ເຮັດບົດບັນທຶກ ແລະ ມີການປັບໃໝຕາມລະບຽບຂອງບ້ານເມືອງ.

ຂ່າວ: ວຽງຈັນທາຍ  

Related Articles

Leave a Reply