ເຈົ້າໜ້າທີ່ ມ້າງຄະດີຢາເສບຕິດ ໄດ້ຫຼາຍກວ່າ 1,000 ກວ່າເລື່ອງ ແລະ ຈັບຜູ້ກໍ່ອາຊະຍາກຳທາງໄຊເບີໄດ້ຫຼາຍກວ່າ 4,000 ຄົນ

ເຈົ້າໜ້າທີ່ ມ້າງຄະດີຢາເສບຕິດ ໄດ້ຫຼາຍກວ່າ 1,000 ກວ່າເລື່ອງ ແລະ ຈັບຜູ້ກໍ່ອາຊະຍາກຳທາງໄຊເບີໄດ້ຫຼາຍກວ່າ 4,000 ຄົນ

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນ 6 ເດືອນຕົ້ນປີ 2026 ນີ້, ເຈົ້າໜ້າທີ່ ສາມາດມ້າງຄະດີໄດ້ທັງໝົດ 1,786 ເລື່ອງ ຈັບຜູ້ຖືກຫາໄດ້ 4,025 ຄົນ ໃນນັ້ນເປັນຄົນຕ່າງປະເທດ 93 ຄົນ, ຍຶດຂອງກາງຢາເສບຕິດໄດ້ຈຳນວນຫຼາຍລວມທັງພາຫະນະຈຳນວນໜຶ່ງ.

ນອກນັ້ນ, ຍັງສາມາດແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງເອເລັກໂຕຣນິກ ຫຼື ອາຊະຍາກຳທາງໄຊເບີ ໄດ້ທັງໝົດ 44 ຄັ້ງລວມແລ້ວ 4,482 ຄົນ ໃນນັ້ນເປັນຍິງ 1,032 ຄົນ ລວມມີ 25 ສັນຊາດ ໃນນີ້ມີຄົນລາວ 779 ຄົນ (ຍິງ 203 ຄົນ).

ພ້ອມດຽວກັນນີ້ໄດ້ນຳເອົາເປົ້າໝາຍຜູ້ເສບຢາເສບຕິດ ເຂົ້າສູນບຳບັດ-ປິ່ນປົວ, ຟື້ນຟູສຸຂະພາບ 7,046 ຄົນ (ຍິງ 412 ຄົນ) ປົວດີ ໄດ້ກັບບ້ານແລ້ວ 2,769 ຄົນ (ຍິງ 217 ຄົນ).

ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ແມ່ນທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X  ໃນມື້ວານນີ້.

ທີ່ມາ: ຄວາມສະຫງົບ

Related Articles

Leave a Reply