ເຈົ້າໜ້າທີ່              ສະກັດຈັບພາຫະນະລັກລອບຂົນສົ່ງຢາເສບຕິດ 1,2 ລ້ານເມັດ ສ່ວນຄົນຂັບເອົາຕົວຫຼົບໜີເຂົ້າປ່າ

 ເຈົ້າໜ້າທີ່              ສະກັດຈັບພາຫະນະລັກລອບຂົນສົ່ງຢາເສບຕິດ 1,2 ລ້ານເມັດ ສ່ວນຄົນຂັບເອົາຕົວຫຼົບໜີເຂົ້າປ່າ

ເຈົ້າໜ້າທີ່ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄຳ ໄຊໄດ້ສະກັດຈັບພາຫະນະທີ່

ຕ້ອງສົງໄສລັກລອບຂົນສົ່ງຢາເສບຕິດ ເມື່ອມໍ່ໆມານີ້ ໃນເວລາ 22 ໂມງ 00 ນາທີ ລົດຄັນດັ່ງກ່າວ ໄດ້ຂັບຂີ່ອອກຈາກຈຸດທີ່ຈອດຢູ່ແຄມທາງເລກທີ 13 ໃຕ້ ເປັນລົດກະບະວີໂກສີຂາວ, ທະບຽນ ຂນ 4545 ນະຄອນຫຼວງວຽງຈັນ ແຕ່ຜູ້ຂັບຂີ່ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່, ບໍ່ຍອມຈອດລົດ, ແລ້ວເລັ່ງຄວາມໄວຂັບຂີ່ລົດຫຼົບໜີ ມຸ່ງໜ້າເຂົ້າໄປຫາແຄມນໍ້າຂອງ, ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງຕິດຕາມໄລ່ນໍາເຂົ້າໄປ ຈຶ່ງພົບເຫັນລົດຄັນດັ່ງກ່າວຈອດປະໄວ້, ສ່ວນຜູ້ຂັບຂີ່ ອາໄສສະພາບແວດລ້ອມຕອນກາງຄືນ ແລະ ເຂດດັ່ງກ່າວເປັນປ່າ ໄດ້ເອົາຕົວຫຼົບໜີ. ຜ່ານການ ກວດຄົ້ນຢູ່ພາຍໃນລົດພົບເຫັນຢາເສບຕິດ (ຢາບ້າ) ຈຳນວນ 3 ເປົາ 600 ມັດ ມີ 1,200,000 ເມັດ (ນໍ້າໜັກ 147 ກິໂລກຣາມ).

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງຕິດຕາມຜູ້ຂັບລົດຄັນດັ່ງກ່າວ ມາດໍາເນີນຄະດີຕາມກົດໝາຍ ແລະ ສືບຫາຜູ້ຮ່ວມຂະບວນການ.

ທີ່ມາແຫຼ່ງຂໍ້ມູນຂ່າວ ປກສ ແຂວງບໍລິຄຳໄຊ

Related Articles

Leave a Reply