ເຊກອງກຽມສ້າງເມືອງໃໝ່ອີກໜຶ່ງເມືອງເພື່ອໃຫ້ໄດ້ຄົບຕາມກົດໝາຍການປົກຄອງ

ເຊກອງກຽມສ້າງເມືອງໃໝ່ອີກໜຶ່ງເມືອງເພື່ອໃຫ້ໄດ້ຄົບຕາມກົດໝາຍການປົກຄອງ

ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ແຂວງເຊກອງກຽມຈະຂະຫຍາຍເມືອງໃໝ່ອີກ1 ເມືອງເປັນ 5 ເມືອງພາຍໃນແຂວງເພື່ອໃຫ້ຄົບມາດຖານກົດໜາຍການປົກຄອງແຂວງທີ່ໃຫ້ມີຢ່າງໜ້ອຍ 5 ເມືອງຂຶ້ນໄປ ຊຶ່ງການສ້າງເມືອງໃໝ່ຂຶ້ນອີກ 1 ເມືອງນີ້ແມ່ນຈະໃຫ້ສໍາເລັດພາຍໃນ 2 ປີ (2021-2022) ຫຼື ຊ້າສຸດຈະໃຫ້ສໍາເລັດໃນແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າ ( 2021-2025).

 ທ່ານເຫຼັກໄຫຼ ໄດ້ກ່າວຕື່ມວ່າ: ປັດຈຸບັນນີ້ ໄດ້ມີການສໍາຫຼວດພື້ນທີ່, ເກັບກໍາຂໍ້ມູນບ່ອນທີ່ມີເງື່ອນໄຂສ້າງຕັ້ງເມືອງໃໝ່ ໂດຍມີອົງປະກອບຂ້ອນຂ້າງຄົບແລ້ວ ມີປະຊາກອນ ມີພື້ນຄານໂຄງລ່າງທີ່ອໍານວຍຄວາມສະດວກ ມີພື້ນຖານການຜະລິດ ແລະ ເຊື່ອວ່າຈະມີການບຸກເບີກເນື້ອທີ່ ກຽມສ້າງເມືອງທີ 5 ຂອງແຂວງເຊກອງໃນໄວໆນີ້.

 ຂ່າວ: ວຽງຈັນທາຍ

Related Articles

Leave a Reply