ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ທີ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງເຊກອງ (ສພຂ) ຊຸດທີ II ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້າ (2021-2025), ແຂວງຕ້ອງການທຶນເພື່ອພັດທະນາດ້ານຕ່າງໆຫຼາຍກວ່າ 4,6 ພັນຕື້ກີບເພື່ອເຮັດໃຫ້ເສດຖະກິດພາຍໃນແຂວງຂະຫຍາຍຕົວ 5% ຕໍ່ປີ ໃນໄລຍະ 5 ປີດັ່ງກ່າວ. ທຶນດັ່ງກ່າວນີ້ຄາດວ່າຈະໄດ້ຈາກການລົງທຶນຂອງລັດ 250 ຕື້ກີບ, ການຊ່ວຍເຫຼືອ ແລະ ກູ້ຢືມ 463 ຕື້ກີບ, ຈາກການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ 3.028 ຕື້ກີບ ແລະ ອີກ 889 ຕື້ກີບ ແມ່ນທຶນສິນເຊື່ອທະນາຄານ.
ທ່ານ ເຫຼັກໄຫຼໃຫ້ຮູ້ຕື່ມວ່າ: ສະເພາະດ້ານລາຍຮັບຄາດວ່າ ໃນ 5 ປີດັ່ງກ່າວນັ້ນ ຈະເກັບໃຫ້ໄດ້ປະມານ 480,78 ຕື້ກີບ ຫຼື ປະມານ 96,15 ຕື້ກີບຕໍ່ປີ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ທີ່ 1,5 ພັນຕື້ກວ່າກີບ, ການສົ່ງອອກສິນຄ້າໃຫ້ເພີ່ມຂຶ້ນສະເລ່ຍ 10% ຕໍ່ປີ, 5 ປີບັນລຸ 195,75 ລ້ານໂດລາ ແລະ ການນໍາເຂົ້າໃນແຜນການ ກໍໃຫ້ມີທັງໝົດ 150,11 ລ້ານໂດລາ.
ຂ່າວ-ພາບ: ສັນຍາ

