ເຊັນສັນຍາຮັບເໝົາກໍ່ສ້າງໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເມືອງຂວາ, ແຂວງຜົ້ງສາລີ 

ເຊັນສັນຍາຮັບເໝົາກໍ່ສ້າງໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເມືອງຂວາ, ແຂວງຜົ້ງສາລີ 

ເມື່ອບໍ່ດົນມານີ້, ລັດຖະບານລາວ ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເມືອງຂວາ, ແຂວງຜົ້ງສາລີ ພາຍໃຕ້ໂຄງການ SEARECC ມາດຕະຖານເຕັກນິກການອອກແບບທາງອາຊຽນຊັ້ນ III. 

ໂຄງການດັ່ງກ່າວແມ່ນນໍາໃຊ້ບ້ວງເງິນກູ້ຢືມຈາກທະນາຄານລົງທຶນເອີຣົບ (EIB), ເງິນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ (EU) ແລະ ເງິນສົມທົບທຶນຂອງ ລັດຖະບານ ສປປ ລາວ.

ໂຄງການຮັບເໝົາກໍ່ສ້າງ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກ 2E ສັນຍາ 3 ແຕ່ ກມ 78+100 ຫາ ກມ 99+049 ເມືອງຂວາ, ລວງຍາວ 20.95 ກິໂລແມັດ.

ໜ້າທາງປູອັດສະຟານ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-9 ແມັດ.

ໃນພິທີເຊັນສັນຍາເປັນກຽດ ເຂົ້າຮ່ວມໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ.

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກ 2E ແຕ່ ເມືອງໄຊ ຫາ ເມືອງຂວາ, ພາຍໃຕ້ໂຄງການ (SEARECC) ມີລວງຍາວທັງໝົດ 99.05 ກິໂລແມັດ, ມີ 03 ສັນຍາຄື: ສັນຍາທີ 1 (ແຕ່ ກມ 0+000 ຫາ ກມ 51+000) ເລີ່ມແຕ່ ເທດສະບານເມືອງໄຊ ຫາ ບ້ານຫົວແກ້ງ ເມືອງຫຼາ (ຊາຍແດນແຂວງອຸດົມໄຊ ແລະ ຜົ້ງສາລີ), ໄລຍະທາງຍາວ 51 ກິໂລແມັດ; ສັນຍາທີ 2 (ແຕ່ ກມ 51+000 ຫາ ກມ 78+100) ແຕ່ບ້ານຫົວແກ້ງ ເມືອງຫຼາ (ຊາຍແດນແຂວງອຸດົມໄຊ ແລະ ຜົ້ງສາລີ) ຫາ ບ້ານ ຫ້ວຍແສນ ເມືອງຂວາ, ແຂວງຜົ້ງສາລີ, ໄລຍະທາງຍາວ 27.1 ກິໂລແມັດ. ຊຶ່ງສອງສັນຍາດັ່ງກ່າວ ໄດ້ເຊັນສັນຍາໃນວັນທີ 25 ກັນຍາ ປີ 2025 ຜ່ານມາ. 

ຂ່າວ: ພ້ອມພົງ

ພາບ: ກະຊວງ ຍທຂ

Related Articles

Leave a Reply