ເດັກຍິງພົບພຣະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ເດັກຍິງພົບພຣະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ນາງ ສຸກສະຫວັນ ແສງອາລຸນ ອາຍຸ 13 ປີ ໄດ້ພົບເຫັນພຣະພຸດທະຮູບ 105 ອົງ, ເປັນພຣະທອງສຳລິດຈຳນວນ 4 ອົງ, ພຣະເງິນຈຳນວນ 101 ອົງ ໃນມື້ວານນີ້ ຢູ່ບໍລິເວນບ້ານເວີນຂາວ ເມືອງໂຂງ ແຂວງຈຳປາສັກ.

ກ່ອນທີ່ຈະພົບພຣະພຸດທະຮູບດັ່ງກ່າວນາງ ສຸກສະຫວັນ ແລະ ຫຼານໄປຫຼິ້ນຢູ່ບໍລິເວນໃກ້ຄຽງບ້ານຂອງຕົນ ແລະ ລາວໄດ້ສັງເກດເຫັນສິ້ນສ່ວນຂອງໄຫດິນໂພ່ຂຶ້ນມາຈາກພື້ນດິນ, ຈຶ່ງໄດ້ຕັດສິນໃຈໃຊ້ສຽມສັບດິນອອກ ແລະ ໄດ້ພົບເຫັນພຣະພຸດທະຮູບດັ່ງກ່າວໂດຍມີພຣະພຸດທະຮູບທີ່ຍັງມີສະພາບສົມບູນດີ 53 ອົງ, ສ່ວນທີ່ເຫຼືອແມ່ນມີການເປ່ເພໄປຕາມການລະເວລາ.

ປັດຈຸບັນນີ້, ພຣະພຸດທະຮູບທັງໝົດໄດ້ຖືກເກັບຮັກສາໄວ້ໃນ ວັດບ້ານເວີນຂາວ ເພື່ອລໍຖ້າໃຫ້ເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ, ລົງມາສົມທົບກວດກາ, ຂຶ້ນທະບຽນ, ສຶກສາຄົ້ນຄວ້າເຖິງອາຍຸການ ແລະ ປະຫວັດຄວາມເປັນມາຂອງພຣະພຸດທະຮູບເຫຼົ່ານີ້.

ແຫຼ່ງຂໍ້ມູນຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

Related Articles

Leave a Reply