ເດັກນ້ອຍ, ຄູອາຈານ ບ້ານ SOS ໄດ້ຮຽນຮູ້ກ່ຽວກັບວິທີປ້ອງກັນພະຍາດໂຄວິດ-19

ເດັກນ້ອຍ, ຄູອາຈານ ບ້ານ SOS ໄດ້ຮຽນຮູ້ກ່ຽວກັບວິທີປ້ອງກັນພະຍາດໂຄວິດ-19

ໂຄງການບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ໄດ້ຮັບຟັງການເຜີຍແຜ່ຂໍ້ມູນຂ່າວສານ ແລະ ວິທີປ້ອງກັນການລະບາດຂອງພະຍາດ Covid-19 ຈາກວິທະຍາກອນກອນຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລົງເຜີຍແຜ່ວຽກງານ ແລະ ວິທີຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ນ້ອງນັກຮຽນ, ພະນັກງານ, ຄູອາຈານ ແລະ ແມ່-ນ້າສາວ ທີ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ແລະ ໂຮງຮຽນ SOS ເຮີແມນ ມາຍເນີ ວຽງຈັນ ເມື່ອບໍ່ດົນມານີ້ ທີ່ ບ້ານຊ່ວຍເຫຼືອເດັກນ້ອຍ SOS ແລະ ໂຮງຮຽນ SOS ເຮີແມນ ມາຍເນີ ວຽງຈັນ ຢູ່ນະຄອນຫຼວງວຽງຈັນ ຊຶ່ງການລົງຈັດກິດຈະກໍາຄັ້ງນີ້ແມ່ນເພື່ອສືບຕໍ່ປະຕິບັດຕາມແຜນຂອງໂຄງການພາຍຫຼັງທີ່ວິທະຍາກອນໄດ້ຜ່ານການຝຶກອົບຮົມທັກສະໃນການເປັນຜູ້ເຜີຍແຜ່ຂໍ້ມູນຂ່າວສານທີ່ໄດ້ຈັດຂຶ້ນທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ, ແຕ່ວັນທີ 3-4 ກັນຍາ 2020 ຜ່ານມາ.

ຂ່າວ-ພາບ: ວຽງດາວັນ

Related Articles

Leave a Reply