ເດັກອາຍຸ ຕໍ່າກວ່າ 5 ປີ ມີຄວາມສ່ຽງເປັນພະຍາດໂປລິໂອ

ເດັກອາຍຸ ຕໍ່າກວ່າ 5 ປີ ມີຄວາມສ່ຽງເປັນພະຍາດໂປລິໂອ

ອົງການປົກຄອງ ຫຼື ສາທາລະນະສຸກເມືອງເມິງແຂວງບໍ່ແກ້ວໄດ້ເປີດຂະບວນການຢອດ ວັກຊີນກັນພະຍາດໂປລິໂອ ໃນເດັກອາຍຸ 0 ມື້ ຫາລຸ່ມ 5 ປີ ເມື່ອມໍ່ໆມານີ້ຢູ່ທີ່ໂຮງຮຽນປະຖົມນໍ້າເມິງ.

ໃນພິທີ ທ່ານ ສົມບັດ ຂັດຕິຍະວົງ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງເມິງໄດ້ກ່າວວ່າ: ວຽກງານສາທາລະນະສຸກ ກໍ່ຄືວຽກງານກັນພະ ຍາດຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຂອງແມ່ ແລະ ເດັກ ຈາກພະຍາດທີ່ສາມາດກັນດ້ວຍວັກຊີນ ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຢູ່ໃນ ສປປ ລາວ ຂອງພວກເຮົາໄດ້ຮັບການລາຍງານກໍລະນີທີ່ພົບເຊື້ອພະຍາດໂປລິໂອ ແລະ ພະ ຍາດໝາກແດງ ທີ່ຖືກຢັ້ງຢືນຈາກຫ້ອງວິເຄາະຈາກປະເທດຍີ່ປຸ່ນ ແລະ ສູນວິເຄາະລະບາດວິທະຍາ ສປປ ລາວ ໃນປີ 2025 ໄດ້ຖືກປະກາດເປັນປະເທດທີ່ມີການລະບາດ ພະຍາດໂປລິໂອ ແລະ ການລະບາດພະຍາດທີ່ກັນດ້ວຍວັກຊີນ ແມ່ນເກີດຂຶ້ນໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະແມ່ນບ້ານຂອງເມືອງຕິດທີ່ກັບຊາຍແດນ ແລະ ຈໍານວນດັ່ງກ່າວແມ່ນ ອັດຕາການປົກຄຸມຂອງເດັກທີ່ໄດ້ຮັບວັກຊີນກັນພະຍາດຍັງຕໍ່າ ແລະ ຕິດຕໍ່ກັນຫຼາຍປີ ຈໍານວນເດັກທີ່ບໍ່ໄດ້ຮັບວັກຊີນແມ່ນຖືກສະສົມ, ເພີ່ມຈໍານວນຂຶ້ນໃນແຕ່ລະປີ ດັ່ງນັ້ນ ທາງກະຊວງສາທາລະນະສຸກກໍ່ຄືສູນສຸຂະພາບແມ່ ແລະ ເດັກ ຮ່ວມກັບຄູ່ຮ່ວມພັດທະນາ, ຈຶ່ງໄດ້ຈັດຕັ້ງປະຕິບັດ ບັ້ນເປີດຂະບວນການຢອດວັກຊີນ ກັນພະຍາດໂປລິໂອ ເພີ້ມກຸ່ມເດັກອາຍຸຕັ້ງແຕ່ 0 ມື້ ຫາ 59 ເດືອນ ໃນຂອບ ເຂດທົ່ວປະເທດ ຈຸດປະສົ່ງເປົ້າໝາຍແມ່ນເພື່ອຮັບປະກັນໃຫ້ເດັກນ້ອຍໃນກຸ່ມເປົ້າ ໝາຍທຸກຄົນທັງໃນຕົວເມືອງ ແລະ ຊົນນະບົດ ໃຫ້ໄດ້ຮັບວັກຊີນທຸກທົ່ວໜ້າໂດຍບໍ່ໃຫ້ເດັກຄົນໃດພາດໂອກາດ.

ທີ່ມາຂ່າວ: ອຸ່ນຄໍາ ຂັນວາລິດ

Related Articles

Leave a Reply