ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການໃນວັນທີ 21 ມີນາ 2021 ນີ້ ກ່ຽວກັບການພະຍາກອນອາກາດນັບແຕ່ເວລາ 7 ໂມງຂອງວັນທີ 21 ຫາ ເວລາ 7 ໂມງ ຂອງວັນທີ 22 ມີນາ 2021 ນີ້ວ່າ: ທົ່ວທຸກພາກຂອງປະເທດ ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີພາຍຸຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງຍ້ອນມວນອາກາດເຢັນຈາກປະເທດຈີນໄດ້ແຜ່ລົງມາປົກຄຸມເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວດ້ວຍກຳລັງອ່ອນ, ສະເພາະພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້ ມວນອາກາດຮ້ອນ, ດັ່ງນັ້ນ ໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ເຂດພາກເໜືອ ແລະ ພາກກາງ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ພ້ອມລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ ແລະ ປ້າຍໂຄສະນາລົ້ມ, ເຮືອນເປ່ເພ.
ລາຍລະອຽດຕ່າງໆລະບຸໄວ້ຕາມການແຈ້ງການດັ່ງລຸ່ມນີ້:

