ເທດສະການດອກງິ້ວບານ ແມ່ນໄດ້ຈັດຂຶ້ນທຸກໆປີເພື່ອສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ, ສະເພາະ ປີ 2026 ນີ້ເປັນ ຄັ້ງທີ 23 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 30 ມັງກອນ 2026 ທີ່ຜ່ານມາ ຢູ່ດອນຊາວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ພ້ອມດ້ວຍອະດີດການນຳ ແຂກຖືກເຊີນຈາກສູນກາງ ທ້ອງຖິ່ນ ແລະ ຕ່າງ ປະເທດເຂົ້າຮ່ວມ.
ທ່ານ ກ່າວ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ກ່າວລາຍງານໃນພິທີວ່າ: ເທດສະການດອກງິ້ວບານເປັນບຸນໃຫຍ່ທີ່ມີເອກະລັກສະເພາະຂອງແຂວງບໍ່ແກ້ວ ເພື່ອສະແດງໃຫ້ເຫັນຮີດຄອງປະເພນີທີ່ເປັນເອກະລັກອັນສະເພາະຂອງ ສປປ ລາວ ແລະ ອິນດູຈີນ ແຕ່ຍັງແມ່ນໂອກາດທີ່ສຳຄັນເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ ມິດຕະພາບຢ່າງເລີກເຊິ່ງ ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ການຄ້າ.
ປີນີ້ຄົບຮອບ 19 ປີ ແຫ່ງການສ້າງຕັ້ງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຊິ່ງພື້ນຖານໂຄງລ່າງຂອງເຂດໄດ້ຮັບການ ປັບປຸງ ພັດທະນາຢ່າງຕໍ່ເນື່ອງ ເຊັ່ນ: ເສັ້ນທາງ ສະໜາມບິນ ໂຮງແຮມ 5 ດາວ ດ່ານສາກົນສາມຫຼ່ຽມຄຳ ແລະ ສະຖານທີ່ອື່ນໆກໍໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ.
ໂອກາດນີ້ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ກ່າວເປີດງານວ່າ: ການຈັດງານເທດສະການດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ເປັນການສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນກໍຄືຂອງຊາດ ແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດຂອງດອນຊາວ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວຄົບວົງຈອນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແລະ ເພື່ອເຊີນຊວນມວນຊົນຈາກທຸກສາລະທິດເຂົ້າມາຢ້ຽມຊົມ.
ພາຍໃນງານປະກອບມີກິດຈະກຳທີ່ໜ້າສົນໃຈເປັນຕົ້ນແມ່ນ: ການປະກວດນາງສາວດອກງິ້ວບານ ປະຈຳປີ 2026 ການສະແດງສິລະປະວັນນະຄະດີ ຕະຫຼາດນັດພື້ນເມືອງລາວ ການວາງສະແດງສິລະປະສາກົນສາມຫຼ່ຽມ ສັນຕິພາບ ການຈຳໜ່າຍສິນຄ້າ ການສະແດງຈູດດອກໄມ້ໄຟ ປ່ອຍໂຄມໄຟ ແລະ ກິດຈະກຳທີ່ໜ້າສົນໃຈອື່ນໆອີກ.
ເທດສະການດອກງິ້ວບານປີນີ້ຈະດຳເນີນໄປຮອດວັນທີ 31 ມັງກອນ ເຊິ່ງຕະຫຼອດເດືອນມັງກອນຫາເດືອນກຸມພາຂອງ ທຸກໆປີທ່ານສາມາດມາທ່ຽວຊົມຄວາມງາມຂອງດອກງິ້ວບານ ປະດັບເອ້ດອນຊາວແຫ່ງນີ້.
ທີ່ມາຂ່າວ: ວຽງຈັນໃໝ່

