ເທດສະການສາຍຮູບເງົາດີເດັ່ນລາວ – ຈີນ ປີ 2021 ຈະກາຍເປັນ ເວທີແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ

ເທດສະການສາຍຮູບເງົາດີເດັ່ນລາວ – ຈີນ ປີ 2021 ຈະກາຍເປັນ ເວທີແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ

ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ວິທະ ຍຸສາກົນແຫ່ງປະເທດຈີນ (CRI) ໄດ້ຈັດເທດສະການຮູບເງົາດີເດັ່ນລາວ-ຈີນ ຂຶ້ນເມື່ອວັນທີ 15 ມີນາ 2021 ທີ່ຜ່ານມານີ້ ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະ​ຊວງ ຖວທ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸສາກົນແຫ່ງ ປະເທດຈີນ (CRI) ປະຈຳລາວ ແລະ ພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມ.
ຮູບເງົາທີ່ນຳມາສາຍປະກອບມີ 4 ເລື່ອງຄື: ນາທີຊີວິດ, ​ໜຸ່ມຈີນປີນຕາມຝັນ,​ ຈອມຍຸດ 7 ຂຸນເຂົາ ແລະ 40 ປີຂອງພວກເຮົາ ແລະ ບວກກັບຮູບເງົາດີເດັ່ນຂອງລາວອີກຈຳນວນໜຶ່ງ.
 ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງ ຖວທ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ກຳລັງພ້ອມກັນກະກຽມ ແລະ ຈັດຕັ້ງກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດລະ ຫວ່າງ ສອງປະເທດ ຄົບຮອບ 60 ປີ, ງານເທດສະການສາຍຮູບເງົາດີເດັ່ນລາວຈີນ ປະຈຳປີ 2021 ໃນຄັ້ງນີ້ ຊຶ່ງເປັນກິດຈະກຳໜຶ່ງທີ່ທັງສອງປະເທດລາວ-ຈີນ, ຈີນ-ລາວ ໄດ້ຮ່ວມກັນຈັດຂຶ້ນເພື່ອສະເຫຼີມ ສະຫຼອງວັນແຫ່ງປະຫວັດສາດຂອງສາຍພົວພັນການທູດລະຫວ່າງສອງຊາດທີ່ໄດ້ມີມູນເຊື້ອ ແຫ່ງການພົວ ພັນມິດຕະພາບມາແຕ່ບູຮານນະການ.
ທ່ານຄຳເພົ້າ ໄດ້ກ່າວຕື່ມວ່າ: ເທດສະການສາຍຮູບເງົາດັ່ງກ່າວນີ້ຈະກາຍເປັນ ເວທີແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ ໂດຍຜ່ານການຊົມ ຮູບເງົາຈີນທີ່ພາກເປັນພາສາລາວ ໂດຍສະເພາະຈະສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບ ຮູ້ເຖິງການພັດທະນາເທັກໂນໂລຊີ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳຈີນເພີ່ມຂຶ້ນຜ່ານການຊົມຮູບ ເງົາດີເດັ່ນທີ່ຈະສາຍໃນຄັ້ງນີ້ ແລະ ຍັງຈະມີການສາຍເຄື່ອນທີ່ໄປຍັງ 8 ແຂວງ ຂອງ ສປປ ລາວ ໃນລະຫວ່າງວັນທີ 15 ມີນາ ເຖິງ 6 ເມສາ 2021.

ຂ່າວ-ພາບ: ວັນເພັງ

Related Articles

Leave a Reply