ເປີດການກໍ່ສ້າງສະຖານີຂົນສົົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ນະຄອນຫຼວງວຽງຈັນ

ເປີດການກໍ່ສ້າງສະຖານີຂົນສົົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ນະຄອນຫຼວງວຽງຈັນ

ສະຖານີຂົນສົ່ງໂດຍສານຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ ບ້ານໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດການກໍ່ສ້າງຢ່າງເປັນທາງການມື້ວານນີ້ວັນທີ 3 ກໍລະກົດ 2020 ຊຶ່ງມີເນື້ອທີການກໍ່ສ້າງທັງໝົດ 150 ເຮັກຕາ.

ສະຖານນີຂົນສົົ່ງໂດຍສານດັ່ງກ່າວ ເປັນໜຶ່ງໃນສະຖານີຂົນສົົ່ງໂດຍສານທີ່ໃຫ່ຍອີກແຫ່ງໜຶ່ງ ຂອງໂຄງການ ກໍ່ສ້າງ ທາງລົດໄຟລາວ-ຈີນ ທີຈະມີການເຊື່ອມຕໍ່ກັບສະຖານີຂົນສົົ່ງ ສີນຄ້າທາງລົດໄຟລາວ-ໄທຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ແລະ ຈະເປັນຈຸດເຊື່ອມຕໍ່ກັບໂຄງການກໍ່ສ້າງທາງລົດໄຟ ເສັ້ນອື່ນໆອີກໃນອານາຄົດ.

ທ່ານ ຈັນຕຸລາ ພະນະລາສີ ຕາງໜ້າໃຫ້ແກ່ ຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ໄດ້ກ່າວໃນພິທີເປີດການກໍ່ສ້າງສະຖານີດັ່ງກ່າວ ວ່າ: ໂຄງການການສ້າງທາງລົດໄຟລາວ-ຈີນເປັນໂຄງການຮ່ວມມືທາງດ້ານຍຸດທະສາດ ຂອງສອງປະເທດ ລາວ-ຈີນ ຊຶ່ງພັກ ແລະ ລັດຖະບານຂອງສອງປະເທດລາວ-ຈີນ ໄດ້ເອົາໃຈໃສ່ເປັນພິເສດ ໃນການຈັດຕັ້ງປະຕິບັດນະໂຍບາຍ ຂອງ ສປປ ລາວ ໃນການຫັນປະເທດຈາກສະຖານະພາບການເປັນປະເທດ ທີບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງ ສປ ຈີນ ຕາມຂໍ້ຕົກລົງລິເລີີ່ມໜືີ່ງແລວໝຶ່ງເສັ້ນທາງ.

ເປົ້າໝາຍຫຼັກຂອງໂຄງການແມ່ນເພືີ່ອຮັບປະກັນການພັດທະນາເສດຖະກິດສັງຄົມຂອງລາວ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງ ສປປ ລາວ ແລະ ສປ ຈີນ, ປະກອບສ່ວນເຂົົ້າໃນການຮ່ວມມືລະຫວ່າງບັນດາປະເທດອາຊຽນກັບ ສປ ຈີນ, ເຮັດໃຫ້ ສປປ ລາວ ເປັນໃຈກາເຊືີ່ອມຈອດກັບບັນດາປະເທດໃນພາກພື້ນ ແລະ ສາກົນ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໄດ້ມີຈຸດເລີ່ມຕົົ້ນຈາກຊາຍແດນລາວ-ຈີນ ແຂວງຫຼວງນໍໍ້າທາ ຫາ ນະຄອນຫຼວງວຽງຈັນ ຊືງມີລວງຍາວທັງໝົດ 409 ກິໂລແມັດ ໂດຍຜ່ານແຂວງຫຼວງນໍໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ, ມີສະຖານີໂດຍສານ ແລະ ສະຖານີຂົນສົົ່ງສິນຄ້າທັງໝົດ 11 ສະຖານີ, ມີກໍານົດໝາຍໃນການເປິດນໍາໃຊ້ ໃນວັນທີ 2 ທັນວາ 2021.

ຄວາມຄືບໜ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດວັນທີ 31 ພຶດສະພາ ປີ 2020 ນີ້, ປະຕິບັດສໍາເລັດແລ້ວ 89, 43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ໃນນັ້ນ ຊີເຈາະອຸໂມງທັງໝົດ 75 ອຸໂມງ, ໃນນີ້ເຈາະທະລຸແລ້ວ 65 ອຸໂມງ, ລົງມືກໍ່ສ້າງຂົວ 164 ແຫ່ງ ໃນຈໍານວນທັງໝົດ 164 ແຫ່ງ, ໃນນີ້ ສ້າງເສົາຂົວສໍາເລັດ 1.959 ເສົາ ສໍາເລັດການວາງຂາງຂົວ 746 ຊ່ວງເສົາ.

ສໍາລັບວຽກງານການວາງລາງລົດໄຟ ແມ່ນເລີ່ມແຕ່ບ້ານຫ້ວຍນໍໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາແຂວງຫຼວງພະບາງ, ມາຮອດວັນວັນທີ 31/05/2020 ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.

ຂ່າວ : ບົວຜັນ

Related Articles

Leave a Reply