ເປີດການຮຽນ-ການສອນປົກກະຕິແຕ່ການຮຽນ-ການສອນຈະບໍ່ປົກກະຕິ ສໍາລັບສົກຮຽນປີ 2020-2021

ເປີດການຮຽນ-ການສອນປົກກະຕິແຕ່ການຮຽນ-ການສອນຈະບໍ່ປົກກະຕິ ສໍາລັບສົກຮຽນປີ 2020-2021

ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ວັນທີ 1 ກັນຍາ 2020 ຈະເປັນມື້ເປີດຮຽນໃໝ່ ສໍາລັບສົກຮຽນປີ 2020-2021 ແຕ່ການຮຽນການສອນສົກຮຽນປີນີ້ຈະບໍ່ປົກກະຕິ ຄືທຸກໆປີທີ່ຜ່ານມາ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າວັນທີ 26 ສິງຫາ 2020 ນີ້ວ່າ: ໃນມື້ວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ຈະເປັນມື້ເປີດການຮຽນ-ການສອນ ສຳລັບສົກຮຽນປີ 2020-2021 ຄືກັບທຸກໆປີ ແຕ່ປີນີ້ຈະແຕກຕ່າງກວ່າທຸກໆປີທີ່ຜ່ານມາຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະເຮັດໃຫ້ການຮຽນ-ການສອນ ບໍ່ປົກ ກະຕິ, ຈະມີຄວາມຫຍຸ້ງຍາກໃນການປະຕິບັດ ມາດຕະການ ຮັກສາໄລຍະຫ່າງ, ນອກນັ້ນ ຜ້າອັດ ປາກ-ອັດດັງ ກໍຍັງບໍ່ພຽງພໍ ແລະ ອື່ນໆ.

ທ່ານ ນາງ ແສງເດືອນໄດ້ກ່າວຕື່ມວ່າ: ນອກຈາກນັ້ນ ນັກຮຽນທີ່ສຶກສາຢູ່ຕ່າງປະເທດ ຈໍານວນໜຶ່ງກໍບໍ່ໄດ້ກັບໄປສືບຕໍ່ຮຽນ, ທຶນການສຶກ ສາຂອງຫຼາຍປະເທດຖືກໂຈະ, ມີຄວາມສ່ຽງສູງທີ່ ນັກສຶກສາທີ່ຮຽນຈົບໃໝ່ ຈະມີອັດຕາຫວ່າງງານສູງ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ຂໍ້ມູູນ: KPL

Related Articles

Leave a Reply