ເປີດງານແຂ່ງຂັນກິລາພື້ນເມືອງ ງົວຊົນເກັ່ງ, ງົວຊົນງາມ ປະຈຳປີ 2020 

ເປີດງານແຂ່ງຂັນກິລາພື້ນເມືອງ ງົວຊົນເກັ່ງ, ງົວຊົນງາມ ປະຈຳປີ 2020 

ງານແຂ່ງຂັນກິລາພື້ນເມືອງ ງົວຊົນເກັ່ງ, ງົວຊົນງາມ ປະຈຳປີ 2020 ຂອງແຂວງໄຊສົມບູນໄດ້ຈັດຂຶ້ນໃນ ຕອນ ເຊົ້າຂອງວັນທີ 17 ພະຈິກ ນີ້ ທີ່ເດີ່ນໂຮງຮຽນ ມສ ໄຊສົມບູນ, ຊຶ່ງງົວຊົນ ທີ່ສົ່ງເຂົ້າແຂ່ງຂັນໃນປີນີ້ ມີທັງໝົດ 100 ກວ່າໂຕ ມາຈາກ 5 ຕົວເມືອງ ຄື: ເມືອງອນຸວົງ, ລ້ອງຊານ, ທ່າໂທມ, ຮົ່ມ ແລະ ລ້ອງແຈ້ງ, ນອກຈາກຮັບຊົມການແຂ່ງຂັນງົວຊົນແລ້ວ ຍັງໄດ້ຮັບຊົມກິລາຕີໝາກຂ່າງ ຊຶ່ງເປັນກິລາພື້ນເມືອງຂອງລາວເຮົາ ທີ່ເປັນອີກໜຶ່ງກິດຈະກຳໃນການສ້າງສີສັນພາຍໃນງານ.

ໃນໂອກາດກ່າວເປີດງານແຂ່ງຂັນ, ຮອງເຈົ້າແຂວງໄຊສົມບູນ ທ່ານ ແດງ ປະທຸມທອງ ໃຫ້ຮູ້ວ່າ: ການຈັດງານແຂ່ງຂັນຄັ້ງນີ້ ເນັ້ນໃສ່ການປະຕິບັດຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ທັງເປັນການຊຸກຍູ້ສົ່ງເສີມ ແລະ ອະນຸລັກວັດທະນະທຳ ໃຫ້ຢູ່ຄູ່ກັບຄົນລາວ, ສັງຄົມລາວ ແລະ ປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ ຕະຫຼອດໄປ, ພ້ອມນັ້ນ ກໍເປັນການສົ່ງເສີມການທ່ອງທ່ຽວວັດທະນະທຳ ໃຫ້ກາຍເປັນເທດສະການງົວຊົນງາມ, ງົວຊົນເກັ່ງ ຢູ່ແຂວງໄຊສົມບູນ ທັງເປັນການສົ່ງເສີມໃຫ້ສະມາຄົມງົວຊົນ ແລະ ຜູ້ລ້ຽງງົວ ໃຫ້ມີການລ້ຽງງົວຊົນນັບມື້ຫຼາຍຂຶ້ນ ກາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນ.

ການແຂ່ງຂັນກິລາພື້ນເມືອງຄັ້ງນີ້ ໂດຍການເຂົ້າຮ່ວມຂອງຮອງເຈົ້າແຂວງໄຊສົມບູນ, ທ່ານ ພອຍຄຳ ຮຸ່ງບຸນຍວງ, ມີຮອງເຈົ້າແຂວງໄຊສົມບູນ, ທ່ານ ແດງ ປະທຸມທອງ, ພ້ອມດ້ວຍຄະນະນຳ ແຂວງ, ເມືອງ, ພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ແລະ ປະຊາຊົນເຂົ້າຮ່ວມຮັບຊົມ ຢ່າງຫຼວງຫຼາຍ, ຊຶ່ງການແຂ່ງຂັນ ຄັ້ງນີ້ ຈະໄດ້ດຳເນີນໄປຮອດວັນທີ 18 ພະຈິກ 2020.

ຂ່າວ: ຈິນລະວອນ ວໍລະສົມບູນ

Related Articles

Leave a Reply