ອໍານາດການປົກຄອງ ແຂວງບໍ່ແກ້ວໄດ້ຈັດພິທີເປີດນຳໃຊ້ຫໍວາງສະແດງມູນເຊື້ອຂອງແຂວງ ເມື່ອບໍ່ດົນມານີ້ ໂດຍມີ ເຈົ້າແຂວງບໍ່ແກ້ວ ທ່ານ ບົວຄົງ ນາມມະວົງ ພ້ອມດ້ວຍການນໍາຂອງແຂວງ ແລະ ພະນັກງານສະມາຊິກພັກ-ລັດຖະກອນພະແນກ ຖວທ ແຂວງ ເຂົ້າຮ່ວມ.
ການເປີດນຳໃຊ້ຫໍວາງສະແດງມູນເຊື້ອດັ່ງກ່າວນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນແຂວງ ທັງເປັນການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດຖຸພັນໃຫ້ຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າກ່ຽວກັບ ປະຫວັດຄວາມເປັນມາຂອງແຂວງ ເປັນຕົ້ນ ທາງປະຫວັດສາດ, ມູນເຊື້ອຂອງແຂວງ, ຮີດຄອງປະເພນີວັດທະນະທໍາບັນດາເຜົ່າເປັນບ່ອນສຶກສາຮໍ່າຮຽນ, ເຮັດໃຫ້ຄົນຮຸ່ນຫລັງໄດ້ສຶກສາຮໍ່າຮຽນ ແລະ ເອົາຂໍ້ມູນຕ່າງໆມາຂຽນບົດກ່ຽວກັບປະຫວັດຄວາມເປັນມາຂອງແຂວງໄດ້ຢ່າງເລິກເຊິ່ງ.
ວັດຖຸພັນທີ່ນໍາມາວາງສະແດງປະກອບມີ ຫ້ອງວາງສະແດງການປົກຄອງຂອງແຂວງບໍ່ແກ້ວແຕ່ລະໄລຍະ, ພຣະພຸດທະຮູບຫລໍ່ທອງ, ຄ້ອງບັ້ງ, ຄ້ອງຈຸ້ມ, ໄຫເຈືອງຖ້ວຍເຈືອງ, ເຫຼົ້າໄຫບູຮານ, ຫ້ອງຂໍ້ມູນການທ່ອງທ່ຽວ, ເຄື່ອງມືການຜະລິດ, ອາວຸດລ່າເນື້ອ-ອາວຸດເສິກ, ຫິນສີລາຈາລຶກ, ຮູບພາບວິຖີຊີວິດຮີດຄອງປະເພນີ( ຮີດ 12 ຄອງ 14) ເຄື່ອງນຸ່ງຫົ່ມ, ເຄື່ອງດົນຕີລາວເດີມ ແລະ ຊື່ອາຫານທີ່ເປັນເອກະລັກຂອງບັນດາເຜົ່າພາຍໃນແຂວງບໍ່ແກ້ວ.
ຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ທ່ານ ສົມຄິດ ວົງປັນຍາ ໄດ້ໃຫ້ສຳພາດ ຕໍ່ ໜັງສືພິມວຽງຈັນທາຍວ່າ: ຫໍມູນເຊື້ອດັ່ງກ່າວນີ້ຈະເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າຊົມ ຊຶ່ງຄ່າເຂົ້າຊົມສໍາລັບຄົນລາວ ຈະເກັບ 5.000 ກີບຕໍ່ຄົນ, ຄົນຕ່າງປະເທດ ແມ່ນ 10,000 ກີບ ແລະ ພິເສດສໍາລັບນັກຮຽນນັກສຶກສາ ແມ່ນເຂົ້າຊົມໂດຍບໍ່ເສັຍຄ່າ.
ຂ່າວ: ວຽງດາວັນ
ພາບ: ບຸນເພັດໄຊຍະວົງ

