ສະຖາບັນກິລາ-ກາຍະກຳ ແມ່ນສະຖານການສຶກສາ ດ້ານການກິລາ ປະກອບມີ ສູນຝຶກກິລາແຫ່ງຊາດ, ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກປະເມີນຜົນ, ພະແນກຫຼັກສູດ ແລະ ພາກວິຊາ, ພະແນກກິດຈະກຳນັກສຶກສາ, ສູນວິທະຍາສາດການກິລາ ແລະ ໂຮງຮຽນພອນສະຫວັນກິລາ-ກາຍະກຳ.
ພິທີເປີດສະຖາບັນກິລາ-ກາຍຍະກຳ ໄດ້ຈັດຂຶ້ນວັນທີ 15 ມີຖຸນາ 2020 ທີ່ບ້ານສີເກິດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງເປັນປະທານ ແລະ ເປີດພິທີໂດຍ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສິງຄຳ ນາລິນ ຮັກສາການຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ກ່າວວ່າ: ສະຖາບັນກິລາ-ກາຍະກຳ ແມ່ນສະຖານການສຶກສາຊັ້ນສູງ ດ້ານການກິລາ, ສ້າງຕັ້ງຂຶ້ນເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕາມຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາກິລາ-ກາຍະກຳ, ມີຖານະທຽບເທົ່າກັບຄະນະວິຊາ ຂອງມະຫາວິທະຍາໄລ, ສາມາດເປີດສອນຫຼັກສູດລະດັບປະລີນຍາຕີ ແລະ ປະລີນຍາຕີຕໍ່ເນື່ອງ ຫຼື ເຊື່ອມຕໍ່ ຕາມການອະນຸມັດຂອງກະຊວງ ສສກ ແລະ ເປັນສະຖານທີ່ຝຶກອົບຮົມ ວິຊາສະເພາະໄລຍະສັ້ນ ແລະ ໄລຍະຍາວ, ດໍາເນີນການຄົ້ນຄ້ວາ-ວິໄຈ ດ້ານວິທະຍາສາດການກິລາ, ສໍາຫຼວດ, ຄຸ້ມຄອງຂໍ້ມູນຂ່າວສານ ແລະ ໃຫ້ການບໍລິການວິຊາການການກິລາ ໃນຂົງເຂດກິລາ-ກາຍຍະກຳ ຕາມໜ້າທີ່ພາລະບົດບາດ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ວຽກງານກິລາ-ກາຍະກໍາ ເປັນວຽກງານໜຶ່ງທີ່ນອນໃນແຜນພັດທະນາຊັບພະຍາກອນມະນຸດ, ບຸກຄະລາກອນການກິລາ ຂອງພັກ-ລັດຖະບານ ກໍຄື ໄດ້ກໍານົດໄວ້ໃນວິໄສທັດຂອງກະຊວງ ສສກ ຮອດປີ 2030,ໂດຍສະເພາະແຜນຍຸດທະສາດການພັດທະນາວຽກງານກິລາ-ກາຍຍະກໍາ 2021-2025 ເຊິ່ງແຜນພັດທະນາຂອງສະຖາບັນໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບແຜນພັດທະນາກິລາ-ກາຍຍະກໍາ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ທັງສອດຄ່ອງກັບການພັດທະນາກິລາ-ກາຍຍະກໍາ ຂອງອາຊີ-ອາຊຽນ-ສາກົນ ເທື່ອລະກ້າວ.
ຂ່າວ: ວຽງຈັນທາຍ

