ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG), ຈັດງານສາຍສາລະຄະດີເລື່ອງ: “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ”, ໃນວັນທີ 2 ມິຖຸນານີ້ ທີ່ ຄອສພ ໂດຍການເຂົ້າຮ່ວມ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ລາວ, ທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວ ສະຖານທູດຈີນປະຈຳ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້,  ທ່ານ ວັນສີ ກົວມົວ ໄດ້ຂຶ້ນອ່ານສານຊົມເຊີຍ ຈາກທ່ານ ທອງລຸນ ສິສຸລິດ ເລຂາ ທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງເນື້ອໃນຂອງສານຊົມເຊີຍລະບຸ ວ່າ: ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງເລິກເຊິ່ງ ທີ່ໄດ້ຮັບຊົມສາລະຄະດີເລື່ອງ “ຄວາມຜູກພັນດ້ານວັດທະນະທຳ ຂອງທ່ານ ສີຈິ້ນຜິງ” ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ແລະ ໄດ້ອອກອາກາດຜ່ານທາງໂທລະພາບແຫ່ງຊາດລາວ ເນື່ອງໃນໂອກາດທີ່ຂ້າພະເຈົ້າ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ. 

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຕໍ່ການອອກອາກາດດັ່ງກ່າວ ແລະ ສະແດງຄວາມເຄົາລົບນັບຖືຢ່າງສູງ ຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ມານະໂອກາດນີ້ດ້ວຍ !.

       ສາລະຄະດີເລື່ອງດັ່ງກ່າວນີ້ ເປັນການສະຫຼຸບທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ທີ່ສ່ອງແສງໃຫ້ເຫັນເຖິງວິໄສທັດອັນກວ້າງໄກ, ປັດຊະຍາການບໍລິຫານປະເທດ ທີ່ຕິດພັນກັບການອະນຸລັກມໍລະ ດົກທາງດ້ານວັດທະນະທຳ, ຈິດໃຈຮັກຊາດອັນດູດດື່ມ ແລະ ຄວາມຮັກອັນເລິກເຊິ່ງ ຂອງປະທານ ສີ ຈິ້ນຜິງ ທີ່ມີຕໍ່ວັດທະນະທຳພື້ນເມືອງ ທີ່ເກົ່າແກ່ຂອງຈີນ, ທັງສະແດງໃຫ້ເຫັນອະລິຍະທຳຈີນ ທີ່ມີປະຫວັດ ສາດຍາວນານກວ່າ 5,000 ປີ ທີ່ເປັນຮາກເຫງົ້າ ແລະ ພະລັງແຮງທີ່ຍືນຍົງ ໃນການຂັບເຄື່ອນໃຫ້ ສປ ຈີນ ບັນລຸຄວາມໄຝ່ຝັນແຫ່ງການຟື້ນຟູຄວາມຈະເລີນ ຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ຊຶ່ງເປັນບົດຮຽນທີ່ດີເລີດໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າ ໃນການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງຊາດ ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊຸກຍູ້ພາລະກິດແຫ່ງການສ້າງສັງຄົມນິຍົມ ຢູ່ ສປປ ລາວ.

        ໃນໂອກາດແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026, ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາລະຄະດີດັ່ງກ່າວນີ້ ຈະເປັນຂົວຕໍ່ທາງດ້ານຈິດໃຈທີ່ຊ່ວຍຮັດແໜ້ນຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ “4 ດີ” ແລະ ເພີ່ມພະລັງແຮງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຖານສູງ, ຄຸນນະ ພາບສູງ ແລະ ລະດັບສູງກວ່າເກົ່າ.

ຂໍອວຍພອນໃຫ້ມິດຕະພາບ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ ! 

    ຈາກນັ້ນ, ທ່ານ ວັນສີ ກົວມົວ ກໍໄດ້ມີຄໍາເຫັນວ່າ: ການສາຍສາລະຄະດີໃນຄັ້ງນີ້, ຖືເປັນໂອກາດ ຈະເຮັດໃຫ້ປະຊາຊົນລາວ ໄດ້ຮັບຮູ້ ກ່ຽວກັບ ວັດທະນະທໍາ ກໍຄື ຜົນສໍາເລັດການສ້າງສາພັດທະນາປະເທດຈີນຫຼາຍຂຶ້ນ ຊຶ່ງສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ” ນອກຈາກຈະສ່ອງແສງໃຫ້ເຫັນເຖິງແນວຄິດ “ການນຳພາທີ່ໂດດເດັ່ນ” ຂອງເພິ່ນແລ້ວ, ຍັງສ່ອງແສງ “ແນວຄິດໃໝ່ຈາກຕຳລາບູຮານ”, ເຮັດໃຫ້ພວກເຮົາຮັບຮູ້ ກ່ຽວກັບສະຕິປັນຍາດ້ານການບໍລິຫານປະເທດ, ຄວາມຜູກພັນດ້ານວັດທະນະທຳຂອງຜູ້ນຳຈີນ, ກໍຄື ໝາກຜົນອັນອຸດົມສົມບູນແຫ່ງຄວາມທັນສະໄໝແບບຈີນ ຢ່າງຈະແຈ້ງກວ່າເກົ່າ ແລະ ເຂົ້າໃຈແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນໃນຍຸກໃໝ່ ຢ່າງຮອບດ້ານກວ່າເກົ່າ ຊຶ່ງເປັນແນວຄິດທີ່ເນັ້ນໜັກເຖິງ ການປະສານສົມທົບ ລະຫວ່າງ ທິດສະດີກັບພຶດຕິກຳຕົວຈິງ, ຖືເອົາປະຊາຊົນເປັນໃຈກາງ, ຢຶດໝັ້ນເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບຈຸດພິເສດ ຂອງປະເທດຈີນ,  ຖືເປັນບົດຮຽນທີ່ສຳຄັນ ແລະ ລໍ້າຄ່າ ສໍາລັບປະເທດລາວພວກເຮົາ ໃນພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ແລະ ເປີດປະຕູສູ່ພາຍນອກ, ກ້າວເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນ. 

ໃນໂອກາດດຽວກັນ,   ທ່ານ ຫວາງຊ້າງ ໄດ້ກ່າວວ່າ:  ປີນີ້, ເປັນປີທີ່ຈີນ-ລາວ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ “ປີມິດຕະພາບຈີນ-ລາວ”, ທັງເປັນປີທຳອິດທີ່ຈີນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ແລະ ລາວເລີ່ມປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 10. ຈີນຍິນດີຮ່ວມກັນກັບລາວ ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບ ກັນອັນສຳຄັນຂອງຜູ້ນຳສູງສຸດ ສອງພັກສອງລັດຈີນ-ລາວ ເປັນຫຼັກການ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ ອະລິຍະທຳທົ່ວໂລກ, ສືບຕໍ່ລົງເລິກການແລກປ່ຽນໃນຂົງເຂດວັດທະນະທຳ ເຊັ່ນ: ສື່ມວນຊົນ, ວັດທະນະທຳ ແລະ ການທ່ອງທ່ຽວເປັນຕົ້ນ, ສົ່ງເສີມການເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ອະລິຍະທຳຈີນ ແລະ ອະລິຍະທຳລ້ານຊ້າງພັດທະນາແບບເຊື່ອມໂຍງ ເຂົ້າກັນໃຫ້ມີຄວາມສະຫງ່າລາສີຫຼາຍຍິ່ງຂຶ້ນ. 

Related Articles

Leave a Reply