ອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດທີ່ຄ້າຍໂພນເຄັງທີ່ບັນດາຜູ້ນຳໂຕນອອກຈາກຄຸກຂອງສັດຕູຢ່າງມະຫັດສະຈັນໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960, ໄດ້ເປີດຢ່າງເປັນທາງການແລ້ວ ມື້ວານນີ້ ວັນທີ 13 ກໍລະກົດ 2020 ທີ່ຄ້າຍໂພນເຄັງ ນະຄອນຫລວງວຽງຈັນ.
ລັດຖະບານໄດ້ລົງທຶນ ຈຳນວນ 8,5 ຕື້ກວ່າກີບເພື່ອສ້າງອະນຸສອນສະຖານດັ່ງກ່າວ, ທັງນີ້ກໍ່ເພື່ອຈາລຶກວິລະກຳ ຫຼື ຄຸນງາມຄວາມດິ ໃນການຕໍ່ສູ້ກູ້ຊາດ ແລະ ອື່ນໆຂອງຜູ້ນຳລາວ16 ທ່ານ ຊຶ່ງປະກອບມີ ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄໍາຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄໍາເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ.
ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວມຕັດແຖບຜ້າ ເພື່ອເປີດ ອະນຸສອນສະຖານຄຸກກັກຂັງດັ່ງກ່າວ.
ຂ່າວ: ວຽງຈັນທາຍ

