ພິທີເປີດໂຄງການຮ່ວມມືຄຸ້ມຄອງໄພພິບັດຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ສໍານັກງານກອງເລຂາອາຊຽນ ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍໃນວັນທີ 30 ເມສາ 2026 ຜ່ານມານີ້ ຊຶ່ງມີທ່ານ ຫວາງສິງ ເອກອັກຄະລັດຖະທູດຈີນປະຈຳອາຊຽນ, ທ່ານ ກາວກິມຮູນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຜູ້ຕາງໜ້າຖາວອນຂອງປະເທດສະມາຊິກອາຊຽນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ຕາມຂ່າວແຈ້ງວ່າ: ໂຄງການດັ່ງກ່າວ ມີຈຸດປະສົງເພື່ອແບ່ງປັນປະສົບການຂອງຈີນ ແລະ ເພີ່ມທະວີການສ້າງຄວາມສາມາດ, ຍົກສູງຄຸນນະພາບ ແລະ ປະສິດທິພາບໃນການຮັບມືສຸກເສີນຂອງພາກພື້ນ ແລະ ຊ່ວຍສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ໃຫ້ແໜ້ນແຟ້ນກວ່າເກົ່າ.
ທ່ານ ກາວກິມຮູນ ກ່າວວ່າ: ໂຄງການດັ່ງກ່າວຈະຍົກລະດັບການແຈ້ງເຕືອນລ່ວງໜ້າ, ການປ້ອງກັນ ແລະ ຮັບມືສຸກເສີນຕໍ່ໄພພິບັດໃນພາກພື້ນ ເພື່ອສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການສ້າງອາຊຽນທີ່ມີຄວາມໜຽວແໜ້ນຫຼາຍກວ່າເກົ່າ.
ຂ່າວ: CMG FM93

