ເພງ ‘‘ວຽງຈັນ ສະຫວັນ ເມືອງລາວ’’ ເນັ້ນສ່ອງແສງວັດທະນະທໍາລາວເພື່ອສື່ສານໃຫ້ຊາວຕ່າງຊາດຮູ້ປະເທດລາວຫຼາຍຂຶ້ນ

ເພງ ‘‘ວຽງຈັນ ສະຫວັນ ເມືອງລາວ’’ ເນັ້ນສ່ອງແສງວັດທະນະທໍາລາວເພື່ອສື່ສານໃຫ້ຊາວຕ່າງຊາດຮູ້ປະເທດລາວຫຼາຍຂຶ້ນ

ສິລະປິນລາວ ທ່ານ ພົງສະຫວັນ ໄຊຍະວົງສ໌ ຈາກພີ ເອສ ໂປຣດັກເຊີນ ເຊີນຊວນແຟນເພງ ຕິດຕາມເພງໃໝ່ທີ່ມີຊື່ວ່າ ‘‘ວຽງຈັນ ສະຫວັນ ເມືອງລາວ’’ ເພື່ອສົ່ງເສີມເພງລາວ, ວັດທະນະທຳລາວ ແລະ ການທ່ອງທ່ຽວ ຊຶ່ງ ເປັນຜົນງານເພງຢູ່ໃນຊຸດທີ 3 ຂອງເພິ່ນ, ປະພັນໂດຍ ອາຈານ​ ພອນສະຫວັນ ພັນທະວິຈິດ (ພ. ພູຜາ​ເໜືອ)

ທ່ານ ພົງສະຫວັນ ໄຊຍະວົງສ໌ ໄດ້ກ່າວວ່າ:  ‘‘ວຽງຈັນ ສະຫວັນ ເມືອງລາວ’’ ມີແຮງບັນດານໃຈຈາກຄວາມມັກຮັກໃນການຮ້ອງເພງມາແຕ່ນ້ອຍ ແລະ ຢາກອະນຸລັກຈັງຫວະລໍາວົງລາວເຮົາໄວ້​ຈຶ່ງໄດ້ເຮັດຜົນງານເພງນີ້ໃຫ້ເປັນຈັງຫວະລໍາວົງລາວ, ເພງນີ້ໄດ້ສ່ອງແສງເຖິງວັດທະນະທຳລາວເຮົາ ແລະ ແຫຼ່ງທ່ອງທ່ຽວທີ່ສວຍງາມຢູ່ໃນນະຄອນຫຼວງວຽງຈັນ ເພື່ອສື່​ສານໄປຍັງຊາວໂລກ ໃຫ້ຮັບຮູ້ປະເທດລາວຫຼາຍຂຶ້ນ.​

ຂ່າວ: ສີສຸພັນ ອຳພອນພົງ

ຮູບ: ພົງສະຫວັນ ໄຊຍະວົງສ໌

Related Articles

Leave a Reply