ຖ້າເວົ້າເຖິງບົດເພງລາວທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນນີ້ ຄືຊິບໍ່ມີໃຜປະຕິເສດວ່າ ບໍ່ຮູ້ເພງ ‘‘ໃສ່ໃຈໄດ້ແຕ່ມອງ’’ ແລະ ‘‘ຢາກເປັນລູກເຂີຍ’’ ຍ້ອນວ່າ ສອງເພງນີ້ກໍາລັງມາແຮງ, ໄດ້ຮັບຄວາມນິຍົມຈາກຜູ້ຟັງເພງທຸກເພດທຸກ ໄວໃນໂລກອອນລາຍ.
ເພງ ‘‘ໃສ່ໃຈໄດ້ແຕ່ມອງ’’ ຮ້ອງໂດຍສິລະປິນກຸ່ມຈີເອັກທູ (Gx2), ປະຈຸບັນນີ້ມີຍອດເຂົ້າເບີ່ງທາງຢູທູບຫຼາຍກວ່າ 74 ລ້ານຄັ້ງ ແລະ ເພງ ‘‘ຢາກເປັນລູກເຂີຍ’’ ຮ້ອງໂດຍສີລະປິນ ທີເຈມຢູໂນ (T’Jame Uno), ປະຈຸບັນນີ້ມິຜູ້ເຂົ້າເບີ່ງທາງຢູທູບ ເຖິງ 84 ລ້ານຄັ້ງ ພາຍໃນໄລຍະເວລາພຽງ 2 ເດືອນ, ຖືວ່າ 2 ເພງລາວດັ່ງກ່າວ ເປັນ 2 ຜົນງານເພງທໍາອິດຂອງເພງລາວທີ່ມີຍອດເຂົ້າເບີ່ງຫຼາຍທີ່ສຸດທາງຢູທູບ.
ເພງ ‘‘ຢາກເປັນລູກເຂີຍ’’ ທີ່ແຕ່ງ ແລະ ຮ້ອງໂດຍທ້າວ ທີເຈມ ຢູໂນ ທີ່ມີເນື້ອຫາ ທີ່ເຂົ້າໃຈງ່າຍບວກກັບດົນຕີທີ່ຟັງສະບາຍຈື່ງເຮັດ ໃຫ້ ເພງນີ້ໄດ້ຮັບຄວາມນິຍົມຈາກສັງຄົມລາວໂດຍ ສະເພາະໄວລຸ້ນ ແລະ ເດັກນ້ອຍລວມທັງຜູ້ໃຫຍ່.
ທ້າວ ທີເຈມ ຢູໂນ ຊຶ່ງເປັນຄົນແຕ່ງເພງ ໃຫ້ຮູ້ວ່າ: ‘‘ໃສ່ໃຈໄດ້ແຕ່ມອງ’’ ເພງນີ້ໂດຍເນື້ອຫາເປັນການຖ່າຍທອດວິຖີຊີວິດ ແບບພື້ນບ້ານຂອງໄວລຸ້ນໃນຕ່າງແຂວງທີ່ຫຼົງຮັກ ສາວຄົນໝຶ່ງ ຊື່ງເຂົາສັນຍາວ່າຈະບໍ່ເຮັດໃຫ້ຜູ້ຍິງທີ່ເຂົາຮັກ ເສຍໃຈ ແລະ ເສຍນໍ້າຕາ, ຢາກໃຫ້ຜູ້ຍິງຄົນນັ້ນຫັນກັບມາຮັກລາວ, ຊຶ່ງເພງນີ້ໄດ້ແຕ່ງໃຫ້ ກຸ່ມ ຈີເອັກທູ Gx2 ທີ່ເປັນນ້ອງຊາຍຂອງລາວເປັນຜູ້ຮ້ອງ ຊຶ່ງມີຍອດຄົນເຂົ້າເບີ່ງທາງຢູທູບ ຫຼາຍກວ່າ 40 ລ້ານຄັ້ງພາຍໃນເດືອນດຽວ ແລະ ອີກເພງໝຶ່ງຄື ເພງ ‘‘ຢາກເປັນລູກເຂີຍ’’ ຊຶ່ງໄດ້ແຕ່ງໃຫ້ໂສພານາ ເປັນຜູ້ຮ້ອງ ແລະ ແຕ່ງສ່ວນທີ່ລາວຮ້ອງໃນເພງດັ່ງກ່າວ, ສ່ວນບິກໃຫຍ່ສີຫາບາດ ກໍ່ໄດ້ແຕ່ງສ່ວນທີ່ລາວຮ້ອງ ແລະ ເຮັດໃຫ້ເພງນີ້ເປັນທີ່ຕິດຫູ ແລະ ໄດ້ຍອດຄົນເຂົ້າເບີ່ງທາງຢູທູບຫຼາຍກວ່າ 50 ລ້ານຄັ້ງພາຍໃນເດືອນດຽວ.
2 ເພງດັ່ງກ່າວໄດ້ໂດ່ງດັງໄປຮອດປະເທດເພື່ອນ ບ້ານ, ມີຄົນດັງ ແລະ ສີລະປິນຈາກປະເທດເພື່ອນບ້ານໂດຍສະເພາະສີ ລະປິນປະເທດໄທໄດ້ນຳໄປຮ້ອງໂຄເວີ ແລະ ເອົາໄປໃຊ້ໃນແອັບພລີເຄຊັ້ນຕິກຕ໋ອກ ແລະ ໄດ້ຮັບຄວາມນີຍົມຫຼາຍໃນປະເທດເພື່ອນບ້ານ.
ຂ່າວ -ພາບ ສີສຸພັນ ອຳພອນພົງ

