ເສັ້ນທາງຫຼາຍເສັ້ນຢູ່ເມືອງນອງ ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກໍາລັງຈະໄດ້ຮັບການສ້ອມແປງສຸກເສີນ.
ອໍານາດການປົກຄອງເມືອງນອງ ຊຶ່ງນໍາໂດຍ ເຈົ້າເມືອງໆນອງ ທ່ານ ລຳແກ້ວ ແສງໜູທອງ ພ້ອມດ້ວຍຄະນະໄດ້ລົງສໍາຫຼວດເສັ້ນທາງຫຼາຍຈຸດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນໄລະຍະທີ່ຜ່ານມາ ເພື່ອກຽມຈະສ້ອມແປງຄືນໃນມໍ່ໆນີ້.
ເມືອງນອງ ເປັນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກໄພ ທໍາມະຊາດ ນັບແຕ່ວັນທີ 7 ຕຸລາ 2020 ຊຶ່ງເປັນພະຍຸຫົວທໍາອິດທີ່ພັດຜ່ານ, ຮອດປັດຈຸບັນນີ້ ເສັ້ນທາງຫຼາຍເສັ້ນຍັງຖືກຕັດຂາດ ແລະ ເປ່ເພເສຍຫາຍໜັກຍ້ອນ ນ້ຳໄດ້ເຊາະເຈື່ອນໜ້າທາງ, ຂົວຈົມ, ເສັ້ນທາງ ແລະ ຮ່ອງລະບາຍນ້ຳຂ້າງທາງຖືກດິນພູເຈື່ອນທັບຖົມ, ທໍ່ລອດທາງຕ່າງໆແມ່ນຖືກນ້ຳພັດນ້ຳກັດເຊາະເປັນວົງກວ້າງ ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກໃນການ ສັນຈອນໂດຍສະເພາະໃນການຂົນສົ່ງພຶດກະສິກໍາຂອງປະຊາຊົນທ້ອງຖິ່ນ.
ຂ່າວ-ພາບ: ຫ້ອງການ ຖະແຫຼງຂ່າວ ເມືອງນອງ

