ເມືອງວິລະບູລີ ຈະມີສວນອອກກໍາລັງກາຍເພື່ອສຸຂະພາບ

ເມືອງວິລະບູລີ ຈະມີສວນອອກກໍາລັງກາຍເພື່ອສຸຂະພາບ

ອໍານາດການປົກຄອງເມືອງ ວິລະບູລີ ແຈ້ງໃຫ້ຮູ້ວ່າ: ສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຈະເລີ່ມລົງມືກໍ່ສ້າງພາຍໃນປີ 2020 ນີ້ ຊຶ່ງປັດຈຸບັນນີ້ໄດ້ສຳເລັດການສຳຫຼວດ ອອກແບບ ແລະ ເຮັດແຜນຜັງຂຶ້ນມາແລ້ວ ຊຶ່ງທາງອໍານາດການປົກຄອງເມືອງກຳລັງເຈລະຈາກັບບໍລິສັດລ້ານຊ້າງມິເນໂຣນສ໌ ເພື່ອຂໍທຶນບ້ວງກອງທຶນພັດທະນາເມືອງ.

ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງ ວິລະບູລີ ໄດ້ກ່າວໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍ ຕໍ່ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເນື່ອງໃນໂອກາດທີ່ໄດ້ລົງໄປຢຽ້ມຢາມ ເມືອງວິລະບູລີ ເມື່ອບໍ່ດົນມານີ້ວ່າ: ໂຄງການດັ່ງກ່າວນີ້ຈະແບ່ງການກໍ່ສ້າງອອກເປັນ ໄລຍະທີ 1 ແມ່ນຈະໄດ້ຈັດສັນເນື້ອທີ່ຂອງປະຊາຊົນທີ່ຢູ່ໃນເຂດໃກ້ຄຽງ, ບຸກເບີກເນື້ອທີ່ ແລະ ເຮັດທາງຍ່າງອ້ອມໜອງ ພ້ອມໃສ່ໄຟເຍືອງທາງ.  ສ່ວນໄລຍະທີ 2 ແມ່ນຈັດສັນລານຈອດລົດ, ສະຖານທີ່ຄ້າ-ຂາຍ, ຕະຫຼາດກາງຄືນ, ບ່ອນທ່ອງທ່ຽວທາງ ດ້ານສຸຂະພາບ ແລະທາງໜ້ານ້ຳ ໂດຍຈະເປີດໂອກາດໃຫ້ພາກ ທຸລະກິດເຂົ້າມາມີສ່ວນຮ່ວມສຳປະທານ ແລະ ບູລະນະຊ່ວຍກັນ ເພື່ອໃຫ້ກາຍເປັນສວນພັດທະນາສຸຂະພາບ ຂອງເມືອງ ແລະ ອັນທີ 2 ໃນເຂດຝາຍຫ້ວຍກົງ.

ທ່ານ ຄຳຜຸຍ ໄດ້ກ່າວຕື່ມວ່າ: ສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍ ຕາມຄວາມຄິດຂອງອໍານາດການປົກຄອງເມືອງ ແມ່ນຈະສ້າງໃຫ້ເປັນເຂດຜະລິດກະສິກຳ ເປັນສິນຄ້າ ເພື່ອສະໜອງພາຍໃນ ແລະ ເຮັດເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ເປັນບ່ອນອອກກໍາລັງກາຍເພື່ອສຸຂະພາບຂອງປະຊາຊົນພາຍໃນເມືອງ ແລະ ບັນດາເມືອງອ້ອມຂ້າງເພາະມີເນື້ອທີ່ກວ້າງຂວາງ.

ຂ່າວ-ພາບ: ສພຂ

Related Articles

Leave a Reply