Visit BigblueAgency
ເມືອງ ສີສັດຕະນາກ ປ່ອຍປາ 180.000 ກວ່າໂຕ ລົງສູ່ຄອງນໍ້າ ເຂດບ້ານດອນກອຍ

ເມືອງ ສີສັດຕະນາກ ປ່ອຍປາ 180.000 ກວ່າໂຕ ລົງສູ່ຄອງນໍ້າ ເຂດບ້ານດອນກອຍ

ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ປ່ອຍປາລົງສູ່ຄອງນໍ້າຢູ່ເຂດບ້ານດອນກອຍ 180.000 ກວາ່ໂຕ (ປາກິນຫຍ້າ, ປາປາກ, ປາທຳມະຊາດ, ເຕົ່າ ແລະ ສັດອື່ນໆອີກ ຈຳນວນໜຶ່ງ, ຊຶ່ງໄດ້ຈັດຂຶ້ນມື້ວານນີ້ ເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ 2020 ຄົບຮອບ 23 ປີ.

ໃນໂອກາດດັ່ງກ່າວ, ທ່ານ ຫລ້າສາຍ ນວນທະສິງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ສຳລັບປີ 2020 ນີ້, ນະຄອນຫຼວງວຽງຈັນ ຈະສືບຕໍ່ເປີດຂະບວນການ ສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ, ຊຶ່ງເລີ່ມແຕ່ວັນທີ 10 ກໍລະກົດ 2020 ຈົນຮອດເດືອນກັນຍາ 2020, ຄາດວ່າຈະປ່ອຍປາຄືນສູ່ ທຳມະຊາດຫຼາຍກວ່າ 1 ລ້ານໂຕ, ຜະລິດປານ້ອຍໃຫ້ໄດ້ 29-30 ລ້ານໂຕ, ປ່ອຍປາໃນໜອງ ແລະ ໃນກະຊັງປະມານ 150 ລ້ານໂຕ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ.

ພ້ອມກັນນີ້, ຈະສືບຕໍ່ເຜີຍແຜ່ ຄໍາສັ່ງເລກທີ 0682/ກປ, ລົງວັນທີ 10 ມິຖຸນາ 2020 ໃຫ້ປະຕິບັດ ຄື: ຫ້າມຈັບ, ຊື້-ຂາຍ, ບໍ່ລ່າ ສັດນໍ້າ-ສັດປ່າ, ໂດຍສະເພາະປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ, ບໍ່ຫາປາໃນໄລຍະລະດູວາງໄຂ່ ຫລື ໄລຍະເຂົ້າ ພັນສາ,  ບໍ່ຕັນທາງເດີນຂອງປາຂຶ້ນວາງໄຂ່ ດ້ວຍວິທີເຮັດຕ້ອນ, ເຮັດລີ່ ແລະ ອື່ນໆ ທີ່ເປັນການລະເມີດກົດ ໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ກົດໝາຍວ່າດວ້ຍການປະມົງ.

ການເປີດຂະບວນການປ່ອຍປາ ແລະ ສັດນໍ້າ-ສັດປ່າຄືນສູ່ທຳມະຊາດໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ 13 ກໍລະກົດ ຊຶ່ງເລີ່ມແຕ່ປີ 1994 ຮອດປີ 2019, ນະຄອນຫຼວງວຽງຈັນໄດ້ປ່ອຍປາ ແລະ ສັດນໍ້າ-ສັດປ່າ ຄືນສູ່ທຳມະຊາດ ທັງໝົດ 30.002.159 ໂຕ, ສັດນໍ້າອື່ນໆ 3.143 ໂຕ, ກົບ 1.300 ໂຕ, ອ່ຽນ 40 ກິໂລ, ກຸ້ງ 10 ກິໂລ ແລະ ນົກ 87 ໂຕ ແລະ ອື່ນໆອິກຈຳນວນໜຶ່ງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply