ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຄໍາມ່ວນ ໄດ້ຈັດພິທີເປີດການປະມູນເລກປ້າຍທະບຽນປະເພດລົດຈັກ ແລະ ລົດເບົາ ເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດຮ້ອຍສ່ວນຮ້ອຍ 100% ເມື່ອມໍ່ໆມານີ້ ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ.
ການປະມູນໃນຄັ້ງນີ້ ປະກອບມີເລກປ້າຍທະບຽນ 4 ໂຕຄືກັນ, ເລກລຽງ 4 ໂຕ ແລະ ເລກຄູ່ຄືກັນ ລວມທັງໝົດມີ 34 ເລກທະບຽນ, ໃນນີ້ເລກທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຄື ປ້າຍທະບຽນ ກບ 8888 ຖືກປະມູນໄດ້ໃນລາຄາສູງເຖິງ 280 ລ້ານກີບ, ສູງກວ່າລາຄາກໍານົດເດີມ 130 ລ້ານກີບ. ນອກຈາກນັ້ນເລກທະບຽນ ກພ 9999 ຖືກປະມູນໄດ້ໃນລາຄາ 261 ລ້ານກີບ ແລະ ທະບຽນ ກບ 6666 ຖືກປະມູນໄດ້ໃນລາຄາ 150 ລ້ານກີບ.
ການປະມູນຄັ້ງນີ້ເປັນການປະມູນແບບເປີດກວ້າງເຊິ່ງໜ້າ, ຈັດຂຶ້ນເປັນຄັ້ງທີ 2 ຂອງການປະມູນເລກປ້າຍທະບຽນຍານພາຫະນະທາງບົກ ໃນແຂວງຄໍາມ່ວນ ໂດຍສາມາດລະດົມລາຍໄດ້ຫຼາຍກວ່າ 2 ຕື້ກີບ ເພື່ອມອບເຂົ້າກອງທຶນທາງ ຂອງກະຊວງ ຍທຂ.
ຂ່າວ: ມະນີວັນ

