Visit BigblueAgency
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບ​ປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບ​ປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຖະບານ​ລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022. ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ, ທີ່ຫໍສະພາປະຊາຊົນຈີນ, ນະຄອນຫຼວງປັກກິ່ງ ໂດຍມີການນຳຂັ້ນສູງຂອງ ສອງພັກ, ສອງລັດ ເຂົ້າຮ່ວມ.

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປຈີນ, ສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ. ຜູ້ນໍາທັງສອງ ຕ່າງກໍມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ໝາກຜົນຂອງພາລະກິດກໍ່ສ້າງສັງຄົມນິຍົມທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ.

​ໂອກາດ​ນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຊຶ່ງເປັນເຫດການການເມືອງທີ່ສຳຄັນ ໃນປະຫວັດສາດຍຸກໃໝ່ຂອງພັກ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ເປັນຂີດໝາຍໃໝ່ແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະຫວັດສາດ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້. ທ່ານ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກສະໄໝທີ XX ແລະ ໄດ້ຕີລາຄາສູງ ຕໍ່ບົດບາດການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີ ທ່ານ ສີຈິ້ນຜິງ ເປັນແກນກາງ ກໍຄືແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາ-ຊີ້ນຳ ອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍສີ ຈິ້ນຜິງ ສືບຕໍ່ເປັນແກນກາງ, ປະຊາຊົນຈີນອ້າຍນ້ອງ ຈະສາມາດບັນລຸຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງ ແລະ ໜັກແໜ້ນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XX ກໍຄືບັນລຸເປົ້າໝາຍ “100 ປີເຫດການທີສອງ” ໃນການສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມຢ່າງແນ່ນອນ.

ທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍ ໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ພວມນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ, ທັງໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ ໃຫ້ແກ່ພາລະກິດຕໍ່ສູ້ ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືພາລະກິດສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຂອງປະຊາຊົນລາວ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງພະຍາດໂຄວິດ-19 ໃນໄລຍະ 3 ປີຜ່ານມາ.

ທ່ານ ສີຈິ້ນຜິງ ໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບບົດຮຽນໃນການກໍ່ສ້າງພັກ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຂອງພັກກອມມູນິດຈີນ ໃນການນໍາພາ- ຊີ້ນໍາ ລັດຖະບານ ແລະ ປະຊາຊົນຈີນ ໃນພາລະກິດ ກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ແລະ ໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນຈໍານວນໜຶ່ງ. ພ້ອມ​ນີ້, ທ່ານ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາ ຂອງພັກ ປປ ລາວ ທີ່ມີ ທ່ານ ທອງລຸນ ສີສຸລິດ ເປັນຜູ້ນໍາໜ້າ, ປະຊາຊົນລາວບັນດາເຜົ່າ ຈະສາມາດບັນລຸໄດ້ບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດອອກຢ່າງມີໄຊ, ຊຸກຍູ້ພາລະກິດການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຕາມເສັ້ນທາງສັງຄົມນິຍົມ ໃຫ້ມີບາດກ້າວໃໝ່ ແລະ ຍາດໄດ້ຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ການ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຖິງແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍ ກໍໄດ້ຮັກສາກົນໄກການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງຊຶ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ກາຍເປັນທິດນໍາ ໃນການຊຸກຍູ້ໃຫ້ຂະແໜງການຕ່າງໆຂອງສອງຝ່າຍ, ມີການຮ່ວມມືນໍາກັນຢ່າງເປັນປົກກະຕິ, ສືບຕໍ່ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນການກໍານົດທິດນໍາ ພ້ອມກັນລົງເລິກການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຕື່ມອີກບາດກ້າວໜຶ່ງ, ສອງຝ່າຍໄດ້ເນັ້ນໜັກວ່າ: ຈະສືບຕໍ່ຕາມທິດນຳ “ໝັ້ນຄົງຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ” ແລະ ບົນຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”, ສືບຕໍ່ຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອກັນທາງດ້ານຄວາມໝັ້ນຄົງປອດໄພ, ຮັບຮູ້ເຂົ້າໃຈກັນ ແລະ ສະໜິດສະໜົມກັນທາງດ້ານວັດທະນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານລະບົບນິເວດ. ສອງຝ່າຍ ເຫັນດີຈະສືບຕໍ່ຮັກສາການພົວພັນທາງດ້ານການເມືອງ ທີ່ດີຢູ່ແລ້ວ ໃຫ້ດີຂຶ້ນໄປເລື້ອຍໆ, ຮ່ວມມືກັນແລກປ່ຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດໃຫ້ແໜ້ນແຟ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ກໍຈະຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນຕື່ມ. ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພາຍຫຼັງການພົບປະ, ທ່ານເລຂາທິການໃຫຍ່ ຂອງສອງພັກ ໄດ້ຢ້ຽມຊົມການວາງສະແດງ ບັນດາເອກະສານຮ່ວມມືສອງຝ່າຍ ທີ່ກວມເອົາການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ກະສິກຳ, ການສຶກສາ, ເຕັກໂນໂລຊີການສື່ສານ, ສື່ມວນຊົນ ແລະ ອື່ນໆ ຈຳນວນ 20 ກວ່າສະບັບ ທີ່ໄດ້ຮ່ວມລົງນາມກັນ ໃນໂອກາດຢ້ຽມຢາມລັດຖະກິດໃນຄັ້ງນີ້ ແລະ ຖະແຫຼງການຮ່ວມ 1 ສະບັບ.

ໃນຕອນຄໍ່າວັນດຽວກັນ, ທ່ານ ສີ ຈິ້ນຜິງ ຍັງໄດ້ຈັດງານລ້ຽງຕ້ອນຮັບ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດດ້ວຍບັນຍາກາດທີ່ຮັກແພງ, ສະໜິດສະໜົມ ແລະ ອົບອຸ່ນ.

ຂ່າວ: ຂັນໄຊ

 

 

 

 

Related Articles

Leave a Reply