ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ຈຳປາສັກ ແລະ ບໍລິສັດ ໂພນທອງ ໂຊລາ ຈຳກັດ ໄດ້ຮ່ວມກັນລົງນາມເຊັນສັນຍາ ສຳປະທານ ໂຄງການກໍ່ສ້າງໄຟຟ້າແສງຕາເວັນຂະໜາດນ້ອຍ, ມີກຳລັງຕິດຕັ້ງໄຟຟ້າ 5 ເມກາວັດ (MW) ໃນເນື້ອທີ່ດິນ 5 ເຮັກຕາ ຢູ່ ບ້ານ ໂພນທອງ, ເມືອງ ໂພນທອງ, ແຂວງ ຈໍາປາສັກ.
ໂຄງການນີ້ມີມູນຄ່າການລົງທຶນ 2 ລ້ານ ໂດລາສະຫະລັດ ໂດຍແມ່ນບໍລິສັດ ໂພນທອງ ໂຊລາ ຈຳກັດ ເປັນຜູ້ລົງທຶນເພື່ອກໍ່ສ້າງພະລັງງານໄຟຟ້າແສງຕາເວັນຂະໜາດນ້ອຍ.
ພິທີເຊັນສັນຍາຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພິມພອນ ພັນດານນຸວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ ຈຳປາສັກ.
ຮ່ວມລົງນາມເຊັນສັນຍາລະຫວ່າງ ທ່ານ ກໍລະກັນ ຄໍາມະວົງ, ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນແຂວງ ແລະ ທ່ານ ນາງ ລັດຕະນິນ ວັນດີເລື່ອມ ອໍານວຍການບໍລິສັດ ໂພນທອງ ໂຊລາ ຈຳກັດ.
ໂຄງການກໍ່ສ້າງໄຟຟ້າແສງຕາເວັນຂະໜາດນ້ອຍຝັ່ງແດງ ມີກຳລັງຕິດຕັ້ງໄຟຟ້າ 5 ເມກາວັດ (MW) ແມ່ນໄດ້ສຶກສາຄົ້ນຄວ້າ ເພື່ອເຊື່ອມເຂົ້າກັບລະບົບຕາຂ່າຍ 22 ກິໂລວັດ(KV) ຂອງລັດວິສາຫະກິດໄຟຟ້າລາວ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ລັດວິສາຫະກິດໄຟຟ້າລາວ ໃນວັນທີ 11 ພຶດສະພາ 2025.
ການເຊັນສັນຍາສໍາປະທານ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງຈໍາປາສັກ ເລກທີ 319/ຄປຂ.ຈສ, ລົງວັນທີ 28 ເມສາ2026 ວ່າດ້ວຍການມອບສິດໃຫ້ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ຕາງໜ້າໃຫ້ຄະນະກຳມະການການປົກຄອງແຂວງ ເຊັນສັນຍາສຳປະທານໂຄງການ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.

