Visit BigblueAgency
ເລີ່ມລົງມືກໍ່ສ້າງໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບການລົດໄຟລາວ

ເລີ່ມລົງມືກໍ່ສ້າງໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບການລົດໄຟລາວ

ພິທີເປີດການເລີ່ມລົງມືກໍ່ສ້າງໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບການລົດໄຟລາວໄດ້ຖືກຈັດຂື້ນຢ່າງເປັນທາງການເມື່ອມໍ່ໆມານີ້ ຢູ່ທີ່ພາກສະໜາມກໍ່ສ້າງຂອງໂຄງການ, ໂດຍມີການນໍາໃຊ້ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. 

ຜູ້ເຂົ້າຮ່ວມໃນພິທີດັ່ງກ່າວປະກອບມີ: ວິສາຫະກິດຄຸ້ມຄອງໂຄງການເຊິ່ງເປັນໜ່ວຍງານຮ່ວມລະຫວ່າງ ກຸ່ມບໍລິສັດ ສະຖາບັນການອອກແບບແຂວງຢູນນານ ຈໍາກັດ ແລະ ບໍລິສັດ ທີປຶກສາໂຄງການກໍ່ສ້າງຢູນນານ ຈໍາກັດ, ຄະນະຄຸ້ມຄອງເຕັກນິກການກໍ່ສ້າງໂຄງການຂອງກຸ່ມບໍລິສັດ ກໍ່ສ້າງລົງທຶນ ແລະ ຖືຮຸ້ນແຂວງຢູນນານ ຈໍາກັດ.

ໂຄງການກໍ່ສ້າງວິທະຍາໄລເຕັກນິກວິຊາຊີບການລົດໄຟລາວແມ່ນຕັ້ງຢູ່ບ້ານບໍ່ຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງລວມມີການກໍ່ສ້າງອາຄານຮຽນ ແລະ ຫໍພັກ, ການກໍ່ສ້າງຄວາມສາມາດດ້ານການສຶກສາລະບົບ2ປີ(ເດີນທາງໄປຝຶກອົບຮົມຢູ່ຈີນ) ແລະ ການຮ່ວມມືດ້ານການສຶກສາໄລຍະ 5 ປີ. 

ເນື້ອທີ່ດິນນໍາໃຊ້ໃນການກໍ່ສ້າງລວມມີ 14.5 ເຮັກຕາ, ເນື້ອທີ່ການກໍ່ສ້າງປະມານ 3.3 ເຮັກຕາ, ລວມມີອາຄານອະເນກປະສົງ, ອາຄານບໍລິຫານ, ອາຄານການຝຶກແອບຕົວຈິງ, ອາພາດເມັ້ນຊ່ຽວຊານ ແລະ ຫໍພັກຄູອາຈານ, ຫໍພັກນັກສຶກສາ ແລະ ຊຸດສິ່ງອໍານວຍຄວາມສະດວກທີ່ກ່ຽວພັນອື່ນໆ.

ພາຍຫຼັງທີ່ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບການລົດໄຟລາວໄດ້ຮັບການກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ກໍຈະຊ່ວຍເຕີມເຕັມ ແລະ ເຮັດໃຫ້ ສປປລາວ ມີວິທະຍາໄລເຕັກນິກວິຊາຊີບການລົດໄຟລາວແຫ່ງທໍາອິດ ເຊິ່ງໃນອະດີດລາວເຮົາບໍ່ເຄີຍມີມາກ່ອນ ແລະ ເປັນການຮັບປະກັນໃນດ້ານການສະໜອງບຸກຄະລາກອນດ້ານເຕັກນິກການທາງລົດໄຟໃຫ້ແກ່ການດໍາເນີນກິດຈະການ ແລະ ຄຸ້ມຄອງຂອງເສັ້ນທາງລົດໄຟ ຈີນ-ລາວ, ສະແດງເຖິງການຊ່ວຍເຫຼືອຂອງຈີນຕໍ່ລາວລວມທັງດ້ານວັດຖຸ ແລະ ເຕັກນິກທີ່ມີລັກສະນະປະສົມປະສານກັນ, ເປັນການລົງເລິກການຮ່ວມມື ແລະ ແລກປ່ຽນໃນຂົງເຂດດັ່ງກ່າວລະຫວ່າງສອງຝ່າຍ ຈີນ-ລາວ, ພ້ອມທັງເປັນການເພີ່ມທະວີມິດຕະພາບຈີນ-ລາວໃຫ້ແໜ້ນແຟ້ນຍິ່ງໆຂື້ນ.

Related Articles

Leave a Reply