ເລື່ອນເວລາເຂົ້າ ແລະ ເລີກຮຽນເປັນເວລາ 3 ວັນ ບັນດາໂຮງຮຽນຢູ່ 5 ເມືອງເພື່ອອໍານວຍຄວາມສະດວກໃຫ້ແກ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ເລື່ອນເວລາເຂົ້າ ແລະ ເລີກຮຽນເປັນເວລາ 3 ວັນ ບັນດາໂຮງຮຽນຢູ່ 5 ເມືອງເພື່ອອໍານວຍຄວາມສະດວກໃຫ້ແກ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນໄດ້ອອກແຈ້ງການເມື່ອວັນທີ 11 ມັງກອນ 2021 ທີ່ຜ່ານມາ ເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ 5 ຕົວເມືອງຊຶ່ງປະກອບມີ ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ ໃຫ້ເລື່ອນເວລາໂມງເຂົ້າຮຽນໃນໄລຍະ 3 ວັນນັບແຕ່ວັນທີ 13-15 ມັງກອນ 2021ນີ້ ເພື່ອອໍານວຍຄວາມສະດວກໃຫ້ແກ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນໃນວັນທີ 13-15 ມັງກອນ 2021 ທີ່ຈະມາເຖິງນີ້ຢູ່ນະຄອນຫຼວງວຽງຈັນ.

ແຈ້ງການດັ່ງກ່າວໄດ້ລະບຸໄວ້ວ່າ:  ໃຫ້ບາງໂຮງຮຽນຢູ່ 5 ເມືອງດັ່ງກ່າວຢຸດການຮຽນການສອນ ແລະ ປ່ຽນເວລາຮຽນຊົ່ວຄາວໃນໄລຍະ 3 ວັນດັ່ງກ່າວໂດຍປະກອບມີໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດບັນດາເມືອງດັ່ງກ່າວໃຫ້ເລື່ອນເວລາຮຽນຈາກທີ່ເລີ່ມ 8 ໂມງເຊົ້າໃຫ້ເລື່ອນມາເປັນເວລາ 9:00 ໂມງ ແລະ ຕອນແລງໃຫ້ເລີກຮຽນເວລາ 15:00 ໂມງ, ສໍາລັບໂຮງຮຽນທີ່ຢູ່ໃນຂອບເຂດລຽບເສັ້ນທາງໄກສອນພົມວິຫານ ແຕ່ວົງວຽນດອນໜູນ ຫາ ຫໍຄໍາແມ່ນໃຫ້ຄູອາຈານເອົາວຽກບ້ານ, ບົດຝຶກຫັດຕ່າງໆໃຫ້ນັກຮຽນຄົ້ນຄວ້າຢູ່ບ້ານໃນໄລຍະ 3 ວັນດັ່ງກ່າວຊຶ່ງປະກອບມີ ໂຮງຮຽນ ມ.ສ ວຽງຈັນ, ມ.ສ ສິນໄຊ ແລະ ອະນຸບານດາລາ ເມືອງ ຈັນທະບຸລີ. ໂຮງຮຽນ ມ.ສ ໜອງບອນ, ມ.ສ ຈັນສະຫວັນ, ມ.ສ ລາວ-ຫວຽດນາມ, ປະຖົມລາດຊະວົງ, ປະຖົມ ໂພນພະເນົາ, ມ.ຕ ເສກກະສັດ 2 ເມືອງ ໄຊເສດຖາ. ໂຮງຮຽນ ມ.ສ ດອນໜູນ, ມ.ສ ວັນໃໝ່, ມ.ສ ມາລິນີ, ມ.ສ SOS, ປະຖົມໄຊສົມພອນ, ປະຖົມ ສິດທິສອນ, ປະຖົມ ຣິດຟິວ, ປະຖົມ ອ໋ອດສະກ້າ, ປະຖົມ ໂລໂກ້ສີຄໍາ ເມືອງ ໄຊທານີ.

ສຳລັບໂຮງຮຽນຊັ້ນປະຖົມທີ່ກໍາລັງຈັດການສອບເສັງພາກຮຽນ I ແລະ ຊັ້ນມັດທະຍົມທີ່ກໍາລັງຄົ້ນຄວ້າກຽມສອບເສັງພາກຮຽນ I ແມ່ນໃຫ້ເລື່ອນໄປສອບເສັງ ແລະ ຄົ້ນຄວ້າໃນວັນເວລາອື່ນທົດແທນ ເພື່ອໃຫ້ການຮຽນ-ການສອນຄົບຖ້ວນຕາມໂຄງການຫຼັກສູດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply