ມາຮອດປະຈຸບັນ, ມີກໍລະນີຜູ້ເສຍຊິວິດ ຍ້ອນພະຍາດໄຂ້ຍຸງລາຍສະສົມ 10 ຄົນ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ ແຂວງ ສະຫັວນນະເຂດ ລວມເປັນ 5 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍລະນີຜູ້ເສຍຊິວິດ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 27 ສິງຫາ 2020 ວ່າ:ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອແລ້ວ 5.593 ກໍລະນີ ໃນທົ່ວປະເທດ, ຫຼາຍກວ່າໝູ່ ແມ່ນຢູ່ນະຄອນຫຼວງວຽງຈັນ 1. 300 ກໍລະນີ , ຖັດລົງມາແມ່ນ ແຂວງບໍລິຄຳໄຊ 661 ຄົນ, ວຽງຈັນ 597 ຄົນ, ສະຫວັນນະເຂດ 519 ຄົນ ແລະ ແຂວງ ອື່ນໆ, ໃນນັ້ນ ເສຍຊີວິດລວມແລ້ວ 10 ຄົນ (ນະຄອນຫຼວງວຽງຈັນ 04 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ໄຊຍະບູລີ 01 ຄົນ, ຄຳມ່ວນ 01ຄົນ, ຊຽງຂວາງ 01 ຄົນ ແລະ ສະຫວັນນະເຂດ 01 ຄົນ ).
ຕໍ່ສະພາບກາບແຜ່ລະບາດພະຍາດໄຂ້ຍຸງລາຍດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກໍໄດ້ແນະນຳ ແລະ ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງໄດ້, ໃຫ້ຖືວ່າ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງໝົດທຸກຄົນ, ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ.
ຂ່າວ: ວຽງຈັນທາຍ

