ເສຍຊີວິດ 3 ບາດເຈັບ 8 ຄົນ ຈາກລົດຂົນສົ່ງຫີນກາວເກີດລະເບີດ ຢູ່ດ່ານສາກົນແດນສະຫວັນ

ເສຍຊີວິດ 3 ບາດເຈັບ 8 ຄົນ ຈາກລົດຂົນສົ່ງຫີນກາວເກີດລະເບີດ ຢູ່ດ່ານສາກົນແດນສະຫວັນ

ຈາກກໍລະນີທີ່ລົດຂົນສົ່ງຫີນກາວເກີດລະເບີດງແບບບໍ່ຮູ້ສາເຫດ ເມື່ອເວລາ 8 ໂມງ 20 ຂອງວັນທີ 3 ທັນວາ 2020 ນີ້ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ຫຼ້າສຸດຫົວໜ້າດ່ານສາກົນແດນສະຫວັນ ທ່ານ ກອງມະນີ ຊົມມີໄຊ ໄດ້ອອກມາຊີ້ແຈງສາເຫດທີ່ເກີດລະເບີດດັ່ງກ່າວວ່າເກີດຈາກກໍາມະກອນຜູ້ຊ່ວຍເຈົ້າໜ້າທີ່ພາສີ 8 ຄົນ ທີ່ໃຊ້ເຫຼັກ ຍາວປະມານ 2,5 ແມັດ ໃຊ້ງັດແງະ ແລະ ແທງລົງຫີນກາວຢູ່ເທິງລົດບັນທຸກຫີນກາວພາຍໃຕ້ການຊີ້ນໍາຂອງເຈົ້າໜ້າທີ່ພາສີ ກ່ອນທີ່ຈະປ່ອຍລົດບັນທຸກຫີນກາວ ອອກ ສສ ຫວຽດນາມ ໃນເວລານັ້ນໄດ້ເຮັດໃຫ້ມີສຽງແຕກ ແລະ ດັງຂຶ້ນຄ້າຍຄືລະເບີດ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 3 ຄົນ (ຍິງ 1 ຄົນ) (ບາງຄົນໄຟໄໝ້ເຫຼືອແຕ່ກະດູກ ຫຼື ຫົວກະໂຫຼກ) ຊຶ່ງຜູ້ເສຍຊີວິດເພດຊາຍ 2 ຄົນ ແມ່ນສັນຊາດລາວ ເປັນກໍາມະກອນຊ່ວຍເຈົ້າໜ້າທີ່ພາສີ ປະຊາຊົນເມືອງເຊໂປນ, ສ່ວຍເພດຍິງ ແມ່ນບໍ່ຮູ້ຊື່ ແລະ ບໍ່ຮູ້ວ່າເປັນຄົນສັນຊາດໃດ ຍ້ອນສົບຂອງຜູ້ກ່ຽວຖືກໄໝ້ໂດຍບໍ່ສາມາດລະບຸໄດ້ເຖິງຮູບປະພັນ ຮູ້ແຕ່ວ່າເປັນເພດຍິງ ແລະ ມີຜູ້ບາດເຈັບ 8 ຄົນ  (ຍິງ 1 ຄົນ) ໃນນັ້ນແມ່ນຄົນລາວ 3 ຄົນ ແລະ ຄົນຫວຽດນາມ 5 ຄົນ ຊຶ່ງຈໍານວນຄົນເຈັບໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍເມືອງເຊໂປນ 4 ຄົນ (ຄົນລາວ 3  ແລະ ຄົນຫວຽນາມ 1) ແລະ ອີກ 4 ຄົນເປັນຄົນຫວຽດນາມຖືກນໍາຕົວໄປຮັກສາຢູ່ໂຮງໝໍ ສສ ຫວຽດນາມ.
 ທ່ານກອງມະນີ ແຈ້ງໃຫ້ຮູ້ຕື່ມວ່າ: ສະເພາະຄວາມເສຍຫາຍທາງດ້ານຊັບສິນທີ່ກວດສອບເບື້ອງຕົ້ນມີ ສາງກາງແຈ້ງຂອງພາສີຈໍານວນ 2 ຫຼັງ, ສາງສໍາລັບກວດກາລົດເອັກສະເລ 1 ຫຼັງ, ຫ້ອງການບ່ອນເຮັດວຽກກວດກາ ຂອງເຈົ້າໜ້າທີ່ພາສີ 1 ຫຼັງ, ພາຫະນະຂົນສົ່ງສິນຄ້າ 4 ຄັນ, ລົດກະບະຂອງລັດ 1 ຄັນ ແລະ ລົດກະບະສ່ວນບຸກຄົນ 1 ຄັນ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply