ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ກ່ຽວກັບການປະຕິບັດງານ ດ້ານຄວາມປອດໄພໃນປີ 2020 ວ່າ: ພຽງປີດຽວ ຫຼື ສະເພາະປີ 2020 ນີ້ມີຜູ້ເສຍຊີວິດ 824 ຄົນ, ຖືກບາດເຈັບ 7.897 ຄົນ ແລະ ພາຫະນະເປ່ເພ ເສຍຫາຍ 9.578 ຄັນ ຈາກອຸບັດເຫດທີ່ເກີດຂຶ້ນໃນຂອບເຂດ ທົ່ວປະເທດທັງໝົດ 5.399 ຄັ້ງ ຊຶ່ງທຽບໃສ່ປີ 2019 ອຸບັດເຫດຫຼຸດລົງ 1.217 ຄັ້ງ ແລະ ຜູ້ເສຍຊີວິດຫຼຸດລົງ 310 ຄົນ.
ສະເພາະອັກຄີໄພ ຫຼື ໄຟໄໝ້ ໄດ້ເກີດຂຶ້ນ 158 ຄັ້ງ (ທຽບໃສ່ປີ 2019 ໄດ້ຫຼຸດລົງ 119 ຄັ້ງ) ໃນນີ້ມີເຮືອນຖືກໄຟໄໝ້ໝົດກ້ຽງ 87 ຫຼັງ, ໄຟລວກເຮືອນ19 ຫຼັງ, ວັດ 10 ຫຼັງ, ໂຮງງານເຟີນີເຈີ 2 ຫຼັງ, ໂຮງສີເຂົ້າ 1 ຫຼັງ, ຫໍພັກ 10 ຫ້ອງ, ໂຮງຮຽນ 10 ຫຼັງ, ສາງເກັບມ້ຽນເຄື່ອງ 4 ແຫ່ງ ຮ້ານຂາຍເຄື່ອງ 15 ແຫ່ງ, ຮ້ານອາຫານ 2 ແຫ່ງ, ມີຜູ້ເສຍຊີວິດ 10 ຄົນ, ບາດເຈັບອີກ 4 ຄົນ, ມີຄວາມເສຍຫາຍຫຼາຍກວ່າ 313 ຕື້ກີບ ແລະ ອັກຄີໄພສ່ວນຫຼາຍແມ່ນເກີດຈາກໄຟຟ້າລັດວົງຈອນ.
ຂ່າວ: ວຽງຈັນທາຍ

