ເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຈະໃຊ້ເວລາກໍ່ສ້າງ 2 ປີ

ເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຈະໃຊ້ເວລາກໍ່ສ້າງ 2 ປີ

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ, ເມືອງອະນຸວົງ ແຂວງ ໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ເດືອນ ມິຖຸນາ 2020 ແລະ ຈະໃຊ້ໄລຍະເວລາກໍ່ສ້າງ 24 ເດືອນ ໃຫ້ສໍາເລັດ 100%.

ເສັ້ນທາງດັ່ງກ່າວ ມີຄວາມຍາວ ທັງໝົດ 17,5 ກີໂລແມັດ, ກວ້າງ 6 ແມັດ, ມູນຄ່າໃນການກໍ່ສ້າງ ທັງໝົດ 78 ຕື້ກ່ວາກີບ, ໂດຍແມ່ນ ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈໍາກັດ ເປັນບໍລິສັດ ຮັບເໝົາກໍ່ສ້າງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ (ຍທຂ ແຂວງ) ເປັນເຈົ້າຂອງໂຄງການ, ຊຶ່ງມອບໃຫ້ ບໍລິສັດ ພີແຊັດ (PZ) ຈໍາກັດ ເປັນບໍລິສັດທີ່ປຶກສາ.

ເມື່ອບໍ່ດົນມານີ້, ພະແນກ ຍທຂ ແຂວງ ແລະ ບໍລິສັດ ພີແຊັດ (PZ) ໄດ້ລົງເຄື່ອນໄຫວ ສໍາຫຼວດ ວຽກບຸກເບກສະຖານທີ່ ຂອງໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ, ນໍາພາໂດຍ ທ່ານ ພະນູແກ້ວ ໄພຈິດຕາວັນ, ຫົວໜ້າທີມ ວິສະວະກອນ ທີ່ປຶກສາໂຄງການ, ພ້ວມດ້ວຍ ນັກວິຊາການພະແນກ ຍທຂ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply