ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໂດຍສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນກໍາລັງເລັ່ງຟື້ນຟູເສັ້ນທາງເລກທີ 13 ເໜືອນັບແຕ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 142 ກິໂລແມັດ ພາຍຫຼັງທີ່ໄດ້ຮັບຜົນກະທົບໜັກຈາກໄພທໍາມະຊາດ ແລະ ຖືກເປ່ເພ, ເປັນຂຸມ ຍ້ອນລົດບັນທຸກທີ່ບັນທຸກສິນຄ້າເກີນນໍ້າໜັກທີ່ກໍານົດໄວ້ ຊຶ່ງຈຸດສ່ຽງທີ່ເກີດການເປ່ເພເປັນປະຈໍາຈະເທຄອນກຣິດ ແລະ ຈະມີການຂະຫຍາຍທາງເປັນ 4 ເລນຈະລາຈອນຢູ່ບາງຈຸດ.
ທ່ານ ລັດສະໝີ ອາລິຍະວົງສິງ ຫົວໜ້າ ໂຄງການຍົກລະດັບເສັ້ນທາງດັ່ງກ່າວໄດ້ກ່າວຕໍ່ທີມງານຂ່າວວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ການຍົກລະດັບເສັ້ນທາງດັ່ງກ່າວກຳລັງດຳເນີນໄປໃນໄລຍະທາງ 58 ກິໂລແມັດ ນັບແຕ່ຈຸດເຊື່ອມຕໍ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງໂພນໂຮງ ແຂວງວຽງຈັນ, ໃນນີ້ປະມານ 20 ກິໂລແມັດ ຈາກບ້ານສີເກີດ ຫາ ບ້ານສົງເປືອຍຈະຍົກລະດັບໃຫ້ເປັນທາງ 4 ເລນເພື່ອຫຼຸດຜ່ອນການແອອັດຂອງພາຫະນະໃນຕົວເມືອງກ່ອນຈະອອກນອກເມືອງ. ການຍົກລະດັບເສັ້ນທາງດັ່ງກ່າວຈະໃຊ້ເວລາ 3 ປີ ນັບແຕ່ປີ 2020-2022 ຊຶ່ງວຽກງານດັ່ງກ່າວໄດ້ເລີ່ມມາໄດ້ 1 ປີແລ້ວ, ບາງຄັ້ງບາງຄາວການເຮັດວຽກແມ່ນຊັກຊ້າຍ້ອນວ່າມີການກໍ່ສ້າງທາງລົດໄຟລາວ – ຈີນ ແຕ່ເຊື່ອວ່າການຍົກລະດັບເສັ້ນທາງດັ່ງກ່າວຈະສໍາເລັດຕາມແຜນຢ່າງແນ່ນອນ.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ

