ເອັສທີກຣຸບ ຊ່ວຍຫຼຸດຜ່ອນຄວາມໜາວໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼິກ ທີ່ແຂວງອັດຕະປື

ເອັສທີກຣຸບ ຊ່ວຍຫຼຸດຜ່ອນຄວາມໜາວໃຫ້ປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼິກ ທີ່ແຂວງອັດຕະປື

 ບໍລິສັດເອັສທີກຣຸບ ແລະ ທະນາຄານເອັສທີຈຳກັດ ໄດ້ມອບເສື້ອກັນໜາວ ຈໍານວນ 2.000 ຜືນ ເພື່ອໃຫ້ປະຊາຊົນທີ່ທຸກຍາກ ຢູ່ເຂດຊົນນະບົດເຂດຫ່າງໄກສອກຫຼີກຢູ່ແຂວງອັດຕະປື ຊຶ່ງພິທີມອບ-ຮັບເສື້ອກັນໜາວດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງອັດຕະປື ລະຫວ່າງທ່ານ ກິດສະດາ ອິນທະປັນຍາ ຜູ້ຈັດ​ການທະນາຄານເອັສທີຈຳກັດ ສາຂາແຂວງອັດຕະປື ແລະ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື.
ໃນພິທີ ທ່ານ ເລັດ ໄຊຍະພອນ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດ ເອັສທີກຣຸບ ແລະ ທະນາຄານເອັສທີ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອເສື້ອກັນໜາວແກ່ປະຊາຊົນ ຜູ້ທຸກຍາກຂາດເຂີນພາຍໃນແຂວງອັດຕະປື ແລະ ພວກເຮົາ ຈະໄດ້ຈັດສົ່ງຕໍ່ໃຫ້ເຖິງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້.

ຂໍ້ມູນ-ພາບ : ໄຊຍະສິນ 

Related Articles

Leave a Reply