ເຮືອນພັກຖາວອນ ໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ ສ້າງສໍາເລັດແລ້ວ 66 ຫຼັງ

ເຮືອນພັກຖາວອນ ໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ ສ້າງສໍາເລັດແລ້ວ 66 ຫຼັງ

ເຮືອນພັກຖາວອນໃຫ້ປະຊາຊົນທີ່ປະສົບໄພພິບັດນ້ຳຖ້ວມຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນທ້າຍປີ 2018 ຜ່ານມາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປີ, ໄດ້ສໍາເລັດການກໍ່ສ້າງໃນເບື້ອງຕົ້ນຈໍານວນ 66 ຫຼັງທີ່ສູນພັກຊົ່ວຄາວບ້ານດົງບາກໃໝ່ຫີນຄໍາ ແລະ ສູນພັກຊົ່ວຄາວດອນບົກ.
ສໍາລັບ ເຮືອນ 66 ຫຼັງນີ໊, ຢູ່ເຂດດົງບາກມີຈໍານວນ 46 ຫຼັງ ແລະ ເຂດດອນບົກມີຈໍານວນ 20 ຫຼັງ, ມີມູນຄ່າທັງໝົດ 9,4 ຕື້ກີບ ໂດຍແມ່ນທຶນ ຊ່ວຍເຫຼືອລ້າຂອງລັດຖະບານ ແລະ ປະຊາຊົນປະເທດຍີ່ປຸ່ນ, ຊຶ່ງເຮືອນດັ່ງກ່າວ ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ,ຝາເຮືອນກໍ່-ໂບກ ແລະ ມຸງດ້ວຍກະເບື້ອງ.
ພິທີມອບ-ຮັບໄດ້ຈັດຂື້ນຢ່າງເປັນທາງການທີ່ສູນພັກຊົ່ວຄາວບ້ານດົງບາກໃໝ່ຫີນຄໍາ, ໃນວັນທີ 11 ພະຈິກ 2020 ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມຂອງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງອັດຕະປື, ທ່ານນາງ ມີນາພອນ ໄຊສົມພູ, ພ້ອມດ້ວຍການນຳຂອງແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ ແລະ ກ່າວມອບໂດຍເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ, ທ່ານ ທາເກະ ວາກະເຄໂຊ.
ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນ ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ມີທັງໝົດ 811 ຫຼັງ, ຊຶ່ງປະຈຸບັນປຸກສ້າງສໍາເລັດ 66 ຫຼັງ, ສ່ວນຈຳນວນທີ່ເຫຼືອຄາດວ່າ ຈະໃຫ້ສໍາເລັດທັງໝົດ ໃນທ້າຍປີ 2021.

ຂ່າວ: ສິດຕິພອນ ສຸວັນນະວົງ

Related Articles

Leave a Reply