Visit BigblueAgency
ແຂວງຫົວພັນສັ່ງປິດການເຂົ້າ-ອອກ ທຸກທາງເພື່ຶອປ້ອງກັນພະຍາດໂຄວິດ-19

ແຂວງຫົວພັນສັ່ງປິດການເຂົ້າ-ອອກ ທຸກທາງເພື່ຶອປ້ອງກັນພະຍາດໂຄວິດ-19

 ປັດຈຸບັນນີ້, ຢູ່ປະເທດລາວເຮົາ ຍັງມີແຕ່ແຂວງຫົວພັນແຂວງດຽວ ເທົ່ານັ້ນທີ່ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວີດ-19, ແຕ່ ເຖິງແມ່ນວ່າຈະຍັງບໍ່ມີຜູ້ຕິດເຊື້ອດັ່ງກ່າວພາຍໃນແຂວງ ກໍຕາມ, ທາງອໍານາດການປົກຄອງແຂວງຫົວພັນກໍ່ໄດ້ອອກແຈ້ງການໃນການເພີ່ມທະວີການປ້ອງກັນພະຍາດໂຄວິດ-19 ເຊັ່ນດຽວກັນກັບແຂວງອື່ນໆທີ່ມີຜູ້ຕິດເຊື້ອ ໂດຍໄດ້ອອກແຈ້ງການໃຫ້ທຸກຊັ້ນຄົນພາຍໃນແຂວງເພີ່ມທະວີໃນການປ້ອງກັນພະຍາດດັ່ງກ່າວເມື່ອວັນທີ່ 19 ກັນຍາ 2021 ທີ່ຜ່ານມາ ຊຶ່ງເນື້ອໃນສຳຄັນໆຂອງແຈ້ງການມີດັ່ງນີ້: ໃຫ້ປິດການຂົນສົ່ງໂດຍສານ ແລະ ສາຍການບິນໂດຍສານ ເຂົ້າ-ອອກແຂວງຫົວພັນ, ສຳລັບພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບໍລິສັດ, ອົງການຕ່າງໆ ທີ່ມີຄວາມຈຳເປັນແທ້ໆທີ່ຈະເດີນທາງເຂົ້າອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການເຊັ່ນວ່າ: ສຳລັບບຸກຄົນທີ່ຮັບວັກຊິນຄົບ 2 ເຂັມ ແລະ ເດີນທາງມາຈາກເຂດບ້ານສີຂຽວແມ່ນຕ້ອງໄດ້ຈຳກັດບໍລິເວນເປັນເວລາ 14 ວັນ, ສຳລັບຄົນທີ່ຮັບວັກຊິນຍັງບໍ່ຄົບ ຫຼື ຍັງບໍ່ທັນໄດ້ຮັບເລີຍ ທີ່ເດີນທາງມາຈາກເຂດບ້ານສີແດງແມ່ນຕ້ອງໄດ້ຈຳກັດບໍລິເວນ 21 ວັນ, ລົດບັນທຸກສິນຄ້າ ທີ່ມີຈຸດປະສົງເດີນທາງເຂົ້າມາທີ່ແຂວງຫົວພັນ ແມ່ນຕ້ອງປະຕິບັດຕາມ ມາດຕະການທີ່ວາງອອກເຊັ່ນ: ໃຫ້ຄ່ຽນຖ່າຍສິນຄ້າ ຫຼື ປ່ຽນໂຊເຟີລົດຢູ່ຈຸດກວດກາກ່ອນເຂົ້າແຂວງຫົວພັນ, ເຈົ້າຂອງພາຫະນະທີ່ນຳເອົາຜູ້ໂດຍສານ ຕິດຕາມມານຳພາຫະນະຂອງຕົນແມ່ນຕ້ອງໄດ້ຮັບຜິດຊອບຄ່າສິ້ນເປືອງຕ່າງໆໃນການຕິດຕາມ ແລະ ນຳສົ່ງຜູ້ໂດຍສານໄປເຖິງປາຍທາງເຊັ່ນ: ອັດຕາກິນ 50.000 ກີບ ຈຳນວນ 3 ຄົນຕໍ່ 1 ວັນ, ຄ່ານ້ຳມັນລົດ ຕາມໄລຍະທາງຕົວຈິງ ອັດຕາຄິດໄລ່ແມ່ນ 7 ກິໂລແມັດ ຕໍ່ 1 ລິດ, ການເດີນທາງອອກໄປຕ່າງແຂວງຂອງພົນລະເມືອງ ແຂວງຫົວພັນ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດກ່ອນ.

ນອກນັ້ນແຈ້ງການຍັງໄດ້ລະບຸໄວ້ຕື່ມອີກວ່າ:  ຫ້າມຈັດງານບຸນປະເພນີ, ງານລ້ຽງ, ງານດອງ ງານສັງສັນຕ່າງໆ ແລະ ກອງປະຊຸມເກີນຈຳນວນ 50 ຄົນ, ປິດກິດຈະກຳການຫຼິ້ນກິລາໃນຮົ່ມ ແລະ ກິລາທີ່ມີຜູ້ເຂົ້າຮ່ວມ, ຜູ້ຊົມຈຳນວນຫຼາຍ, ປິດຮ້ານບັນເທີງ ແລະ ຮ້ານຄາຣາໂອເກະຕ່າງໆ, ຜູ້ທີ່ລະເມີດຈະຖືກປະຕິບັດມາດຕະການເຊັ່ນ: ຄັ້ງທີ1 ຖືກກ່າວເຕືອນ ພ້ອມຂຽນບົດບັນທຶກ, ຄັ້ງທີ 2 ປັບໃໝ 1.000.000 ກີບຕໍ່ຄົນ ພ້ອມຂຽນບົດບັນທຶກ, ຄັ້ງທີ 3 ປັບໃໝ 3.000.000 ກີບຕໍ່ຄົນ ພ້ອມຂຽນບົດບັນທຶກ ແລະ ຖ້າມີຄັ້ງ 4 ແມ່ນຈະຖືກຖອນໃບທະບຽນດຳເນີນທຸລະກິດ ແລະ ດຳເນີນຄະດີຕາມກົດໝາຍ, ສຳລັບຜູ້ປະກອບການ ບັນດາຮ້ານ, ບໍລິສັດ ຄັ້ງທີ1 ຖືກກ່າວເຕືອນ ພ້ອມຂຽນບົດບັນທຶກ, ຄັ້ງທີ 2 ປັບໃໝ 1.000.000 ກີບ ພ້ອມຂຽນບົດບັນທຶກ, ຄັ້ງທີ 3 ປັບໃໝ 3.000.000 ກີບ ພ້ອມຖອນໃບທະບຽນດຳເນີນທຸລະກິດ ແລະ ຖ້າມີຄັ້ງ 4 ດຳເນີນຄະດີຕາມກົດໝາຍອາຍາ.

Related Articles

Leave a Reply