ພະແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ: ສະເພາະປີ 2020 ນີ້, ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ຮັບຮອງອະນຸມັດ ໂຄງການລົງທຶນຂອງລັດ ທັງໝົດ 362 ໂຄງການໃນປີ 2020, ເປັນທຶນ 34,1 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໃນໄລຍະ 9 ເດືອນຕົ້ນປີ 2020 ປະຕິບັດໄດ້ພຽງແຕ່ 185 ໂຄງການ, ມູນຄ່າ 23,3 ຕື້ກວ່າກີບ.
ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ໄຊຍະບູລີ ທ່ານ ນາງ ຄໍາມີ ປິ່ນທີບ ໄດ້ລາຍງານທີ່ກອງປະຊຸມ ອົງການປົກຄອງແຂວງ ປະຈໍາ 9 ເດືອນ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຈາກ 362 ໂຄງການທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ຮັບຮອງອະນຸມັດ, ຜ່ານການຈັດຕັ້ງປະຕິບັດໃນໄລຍະ 9 ເດືອນຕົ້ນປີ 2020 ຜ່ານມາ ສາມາດປະຕິບັດໄດ້ 185 ໂຄງການ, ເທົ່າກັບ 51,10%, ມູນຄ່າ 23,3 ຕື້ກວ່າກີບ. ໃນນັ້ນ, ທຶນປົກກະຕິ ປະຕິບັດໄດ້ 132 ໂຄງການ, ທຶນພັດທະນາເມືອງໄຊສະຖານ 27 ໂຄງການ, ທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ 10 ໂຄງການ, ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 16 ໂຄງການ.
ທ່ານ ນາງຄໍາມີ ປິ່ນທິບ ໃຫ້ຮູ້ຕື່ມອີກວ່າ: ໄລຍະ 3 ເດືອນທ້າຍປີນີ້ ແມ່ນຈະໄດ້ຄຸ້ມຄອງບັນດາໂຄງການລົງທຶນທີ່ພວມຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມລະບຽກົດໝາຍ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ມີຄວາມຄືບໜ້າ, ຄາດຄະເນການລົງທຶນໃນ 3 ເດືອນທ້າຍປີ ປະຕິບັດກິດຈະກໍາສໍາປະທານທັງໝົດ 4 ໂຄງການ, ມູນຄ່າ 1,01 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ການລົງທຶນຕ່າງປະເທດ 1 ໂຄງການ, ມູນຄ່າ 2 ແສນໂດລາສະຫະລັດ, ການລົງທຶນພາຍໃນ 3 ໂຄງການ, ມູນຄ່າ 8 ແສນກວ່າໂດລາສະຫະລັດ, ໃນຈໍານວນດັ່ງກ່າວແມ່ນໄດ້ລົງທຶນເຂົ້າໃນຂະແໜງ ບໍ່ແຮ່ 3 ໂຄງການ ແລະ ຂະແໜງບໍລິການ 1 ໂຄງການ.
ຂ່າວ-ພາບ: ອຸ່ນເຮືອນ

