ການປູກພືດ-ຜັກເປັນສິນຄ້າແມ່ນເປົ້າໝາຍຫຼັກຂອງອໍານາດການປົກຄອງແຂວງໄຊສົມບູນເພື່ອຫັນປ່ຽນວິຖີຊີວິດຂອງປະຊາຊົນບັນດາເຜົ່າຈາກການຢຶດຖືການຖາງປ່າເຮັດໄຮ່ແບບເລື່ອນລອຍ ໃຫ້ມີອາຊີບ ແລະ ມີລາຍຮັບທີ່ຄົງທີ່ໂດຍການສ້າງກຸ່ມ ຜະລິດກະສິກໍາປອດສານພິດ.
ກຸ່ມຜະລິດກະສິກຳ ປອດສານພິດບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ ກໍ່ແມ່ນກຸ່ມໜຶ່ງໃນຫຼາຍກຸ່ມພາຍໃນແຂວງ ຊຶ່ງການປູກພຶດ-ຜັກຂອງກຸ່ມດັ່ງກ່າວແມ່ນເນັ້ນໃສ່ຜະລິດກະສິກຳສະອາດ ແລະ ປອດສານພິດ ຊຶ່ງພະແນກກະສິກຳ ແລະ ປ່າໄມ້ ແຂວງ ພ້ອມດ້ວຍພາກສ່ວນທີ່ຂ້ອງ ໄດ້ແນະນຳ ແລະ ໃຫ້ຄວາມຮູ້ ດ້ານເຕັກນິກວິຊາການ ໂດຍສະເພາະ ວິທີການປູກ, ການໃສ່ຝຸ່ນ, ການບົວລະບັດ ເພື່ອໃຫ້ປະຊາຊົນຫັນຈາກການຜະລິດແບບທໍາມະຊາດ, ປະຖົມປະຖານ ກ້າວເຂົ້າສູ່ເຕັກນິກທີ່ທັນສະໄໝ, ມີປະສິດທິພາບ ແລະ ໄດ້ຮັບຜົນຜະລິດດີ ແນໃສ່ເຮັດໃຫ້ເຂົາເຈົ້າຫັນຈາກການຖາງປ່າເຮັດໄຮ່ແບບເລື່ອນລອຍ ຊະຊາຍ ຫັນມາປູກພືດ-ຜັກຜະລິດເປັນສິນຄ້າ ທີ່ໝັ້ນຄົງ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ ໃຫ້ຖືກຕ້ອງຕາມຫຼັກວິທະຍາສາດ ແລະ ທັນສະໄໝ. ສຳລັບພືດ-ຜັກທີ່ປະຊາຊົນຜະລິດ ສ່ວນໜຶ່ງແມ່ນບໍລິສັດພູເບ້ຍມາຍນິງ ເປັນຜູ້ຮັບຊື້, ສ່ວນໜຶ່ງແມ່ນສົ່ງຂາຍນະຄອນຫຼວງວຽງຈັນ ແລະ ຈຳນວນໜຶ່ງແມ່ນສົ່ງຂາຍພາຍໃນ ແຂວງໄຊສົມບູນ.
ຂໍ້ມູນ: ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ

