ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໄດ້ຈັດຊຸດຝຶກອົບຮົມສີມືແຮງງານໄລຍະສັ້ນ ຊ່າງຕັດຜົມຊາຍ ລະຫວ່າງວັນທີ 21-31 ກໍລະກົດ 2020 ທີ່ໂຮງຮຽນ ມສ ໄຊສົມບູນ, ຊຶ່ງມີນັກສຳມະນາກອນ 18 ຄົນ ມາຈາກ 5 ເມືອງທົ່ວແຂວງ ເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການພັດທະນາສີມືແຮງງານໃຫ້ປະຊາຊົນລາວບັນດາເຜົ່າ ສາມາດປະກອບເປັນອາຊີບໄດ້ ເພື່ອເປັນການພັດທະນາ ຫາລາຍໄດ້ໃຫ້ຕົນເອງ ແລະ ຄອບຄົວ ເພື່ອກ້າວໄປເຖິງການລຶບລ້າງຄວາມທຸກຍາກເທື່ອລະກ້າວ.
ສໍາລັບ ນັກສຳມະນາກອນ ແມ່ນໄດ້ຮຽນຮູ້ກ່ຽວກັບການຕັດຜົມຊາຍ ໃນຮູບຊົງຕ່າງໆ, ຊຶ່ງຈະຮຽນທາງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໄປພ້ອມໆກັນ,ໂດຍມີຄູຝຶກທີ່ມາຈາກສູນພັດທະນາສີມືແຮງງານນະຄອນຫລວງວຽງຈັນ ເປັນຜູ້ສິດສອນ.
ວຽກງານການສົ່ງເສີມ ແລະ ພັດທະນາສີມືແຮງງານ ແມ່ນມີຄວາມສໍາຄັນໃຫ້ກັບປະຊາຊົນບັນດາເຜົ່າ, ໂດຍສະເພາະວິຊາຊ່າງຕັດຜົມຊາຍ ສາມາດປະກອບເປັນອາຊີບ ເພື່ອບໍລິການໃຫ້ແກ່ສັງຄົມໄດ້ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ.
ຂ່າວ: ພຸດທະສອນ ເວດສະວົງ

