ພະແນກກວດກາ ແລະ ຄວບຄູມຢາເສບຕິດ ກອງບັນຊາການ ປກສ ແຂວງໄຊສົມບູນ ຮ່ວມກັບກອງບັນຊາການ ປກສ ເມືອງອານູວົງ, ອຳນາດການປົກຄອງບ້ານພູຫົວຊ້າງ ເມືອງອານຸວົງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຫຼາຍກ່ວາ 4 ເຮັກຕາ ໃນວັນທີ 21 ທັນວາ 2020 ຜ່ານມານີ້, ໂດຍການໄປທໍາລາຍສວນປູກຝິ່ນໃນຄັ້ງນີ້ ແມ່ນພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າ ເສັ້ນທາງໄປຫາພື້ນທີ່ສວນປູກຝິ່ນ ແມ່ນຢູ່ບ່ອນພູຜາສູງຊັນ ແລະ ມີປ່າດົງຕຶບໜາກັນດານ ເຂດບ້ານພູຫົວຊ້າງ, ຊຶ່ງຕ້ອງໄດ້ໃຊ້ເວລາຍ່າງ 2-3 ຊົ່ວໂມງຈຶ່ງໄປຮອດສະຖານທີ່ ດັ່ງກ່າວ.
ການທຳລາຍສວນຝິ່ນໃນຄັ້ງ, ເຈົ້າໜ້າທີ່ ຍັງໄດ້ສຶກສາອົບຮົມ ແລະ ກາວເຕືອນຜູ້ທີ່ເປັນເຈົ້າຂອງສວນຝິ່ນພ້ອມທັງສ້າງບົດບັນທຶກຢຸດເຊົາ ແລະ ອະທິບາຍໃຫ້ຮູ້ເຖິງລະບຽບກົດໝາຍ ເພື່ອບໍ່ໃຫ້ມີການລັກລອບປູກຝິ່ນຕື່ມອີກ ແລະ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢຸດປູກຝິ່ນພ້ອມກັນຫັນສູ່ການລ້ຽງສັດ ເພື່ອສ້າງລາຍໄດ້ໃຫ້ຄອບຄົວ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ ແລະ ກໍ່ເພື່ອເປັນການພັດທະນາຊີວິດການເປັນຢູ່ຂອງຕົນໃຫ້ນັບມື້ນັບດີຂື້ນໄປເລື້ອຍໆ.
ການລັກປູກຝິ່ນ ຍັງເປັນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ເນື່ອງຈາກເປັນຢາເສບຕິດສິ່ງຕ້ອງຫ້າມ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ.
ຂໍ້ມູນ: ປກສ ແຂວງໄຊສົມບູນ

